Filtra per genere

INFO. - PODCAST LA

INFO. - PODCAST LA

INFO. - PODCAST LA

Info. - ອິນໂຟ,​ ເເມ່ນສື່ສັງຄົມອອນລາຍ ທີ່ຖືກສ້າງຂື້ນມາເພື່ອກະຈາຍຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ເປັນກາງສູ່ສັງຄົມລາວ. ນອກຈາກນັ້ນ, ພວກເຮົາຍັງໄດ້ເປີດໂອກາດໃຫ້ນັກຂຽນ ແລະ ນັກສ້າງເນື້ອຫາຕ່າງໆ ໄດ້ມີພື້ນທີ່ໃນການນຳສະເໜີ ແລະ ເເບ່ງປັນຜົນງານຂອງເຂົາໃຫ້ສັງຄົມໄດ້ຮັບຮູ້.

15 - ມັດທະຍົມ VS ມະຫາໄລ | INFO. - ເລົາສູ່ກັນຟັງ [EP.05] 1/2
0:00 / 0:00
1x
  • 15 - ມັດທະຍົມ VS ມະຫາໄລ | INFO. - ເລົາສູ່ກັນຟັງ [EP.05] 1/2

    ມັດທະຍົມ VS ມະຫາໄລ | INFO. - ເລົາສູ່ກັນຟັງ [EP.05] 1/2 ຄວາມແຕກຕ່າງລະຫວ່າງຕາຕະລາງຮຽນ ແລະ ເວລາເຂົ້າຮຽນ, ການສອບເສັງ,ການໃຫ້ຄະແນນ, ການສອນ ແລະ ອຸປະກອນການຮຽນ, ຫຼາຍຄັ້ງທີ່ຊີວິດຂອງເຮົາເຂົ້າສູ່ຊ່ວງອາຍຸໃນລະດັບຕ່າງໆ ແລະ ແຕ່ລະຊ່ວງອາຍຸກໍຈະເລີ່ມມີການປ່ຽນແປງແບ່ງແຍກສັງຄົມທີ່ຊັດເຈນຂຶ້ນ. ໃນຕອນນີ້ບາງຄົນອາດກໍາລັງຢູ່ໃນຊ່ວງກ້າວເຂົ້າສູ່ມະຫາວິທະຍາໄລ, ບາງຄົນກໍກໍາລັງຮຽນຢູ່ມະຫາວິທະຍາໄລ ແລະ ບາງຄົນກໍສໍາເລັດການສຶກສາ ແລະ ໄດ້ເຮັດວຽກແລ້ວ ໃຜທີ່ກໍາລັງມີຄໍາຖາມວ່າລະຫວ່າງມັດທະຍົມ ແລະ ມະຫາໄລ ແຕກຕ່າງກັນແນວໃດ ແລະ ເຮົາຕ້ອງກຽມຕົວຮັບມືແບບໃດ ເຊິ່ງມື້ນີ້ເຮົາຈະມາແຊລ໌ປະການຄວາມແຕກຕ່າງລະຫວ່າງໂຮງຮຽນ VS ມະຫາວິທະຍາໄລ ເພື່ອໃຫ້ນ້ອງໆສາມາດນໍາໄປໃຊ້ແລະ ປັບຕົວງ່າຍຂຶ້ນເມື່ອເຂົ້າມາຮຽນມະຫາໄລ ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr

    Fri, 05 Aug 2022 - 27min
  • 14 - ຖືກບູ່ລີ່ VS ບູ່ລີ່ຄົນອື່ນ | INFO. - ເລົາສູ່ກັນຟັງ [EP.03]

    ຖືກບູ່ລີ່ VS ບູ່ລີ່ຄົນອື່ນ | INFO. - ເລົາສູ່ກັນຟັງ [EP.03] ໃນປະຈຸບັນ ທຸກຄົນສາມາດເຂົ້າເຖິງສື່ສັງຄົມອອນລາຍໄດ້ແບບງ່າຍດາຍ ເຮັດໃຫ້ປະກົດການບູ່ລີ່ ຫຼຶ ວ່າການຂົ່ມເຫັງກັນ ສາມາດເກີດໄດ້ກັບທຸກຄົນ ແລະ ບາງຄັ້ງເຮົາເອງອາດຈະສ້າງເຫຍື່ອໂດຍທີ່ເຮົາເອງບໍ່ຮູ້ຕົວ. ການຂົ່ມເຫັງກັນ ຖືວ່າເປັນສິ່ງທີ່ບໍ່ຄວນກະທໍາ, ໃນມື້ນີ້າງອິນໂຟໄດ້ນໍາເອົາປະເດັນດັ່ງກ່າວມາໃຫຖົກຖາມກັນ ແລະ ມາສະແດງຄວາມຄິດ ເພື່ອເປີດຮັບມູມມອງເຊິ່ງກັນແລະກັນໃຫ້ຫຼາຍຂຶ້ນ. ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ທາງເພຈຂອງພວກເຮົາບໍ່ສະໜັບສະໜຸນຄວາມຮຸນແຮງທຸກປະເພດ, ລວມເຖິງການຂົ່ມເຫັງກັນ. ______ ສະຫນັບສະຫນຸນຄອນເທັ້ນນີ້ໂດຍ @ປາແດກສີ່ພັນດອນ ສົນໃຈສັ່ງຊື້ ແລະ ເປັນຕົວແທນຈໍາໜ່າຍສາມາດຕິດຕໍ່ຜ່ານເພຈໄດ້ເລີຍ ______ ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr

    Fri, 05 Aug 2022 - 08min
  • 13 - LGBTQ+ ຕ້ອງການຫຍັງອີກ ເມື່ອສັງຄົມໃນປະເທດລາວເປີດກວ້າງແລ້ວ? | INFO. - ເລົາສູ່ກັນຟັງ [EP.04]

    LGBTQ+ ຕ້ອງການຫຍັງອີກ ເມື່ອສັງຄົມໃນປະເທດລາວເປີດກວ້າງແລ້ວ? | INFO. - ເລົາສູ່ກັນຟັງ [EP.04] ເປັນການສົນທະນາກັນ ເພື່ອແລກປ່ຽນຄວາມຄິດເຫັນ ແລະ ຄວາມຮູ້ສຶກຂອງເຮົາຕໍ່ປະເດັນດັ່ງກ່າວໃນມື້ທີ່ຖ່າຍເທົ່ານັ້ນ ແລະ ເປີດໃຈຮັບຟັງເຊິ່ງກັນ ແລະ ກັນ, ເປັນການສົນທະນາກັນເພື່ອບໍ່ໄດ້ຫາຄໍາຕອບໃຫ້ຄົນທີ່ມາຟັງເຮົາ ແຕ່ເປັນການສົນທະນາທີ່ໃຫ້ຄົນຟັງ ໄດ້ຟັງແລ້ວຕ້ອງຢາກໄປຫາຄໍາຕອບເພີ່ມເຕີມເອງ. ພ້ອມທັງມາທຳຄວາມເຂົ້າໃຈບັນຫາຕ່າງໆທີ່ພົບເຫັນໃນສັງຄົມເປັນຕົ້ນແມ່ນ: - ຈໍາເປັນຕ້ອງຈໍາແນກຕົວຕົນໃນ LGBTQ+ ບໍ? - ສັງຄົມເປີດແທ້ແລ້ວບໍ? ແຕ່ເປັນຫຍັງ LGBTQ+ ຍັງມີການກົດຂີ່ ລໍ້ລຽນ ແລະ ປຽບທຽບ - ວັດທະນະທຳ, ພາບຈື່, ຄວາມຄາດຫວັງຂອງສັງຄົມ ສ້າງມົນທິນ, ຄວາມກົດດັນທີ່ທຳຮ້າຍເພດ LGBTQ+ ( ເຊັ່ນ: ຕ້ອງເກັ່ງ, ມີຄວາມມັ່ວສຸ່ມ, ຮັກນວນສະຫງວນຕົວ,ການເປີດເຜິຍຕົວຕົ້ນ comimg out - ເປັນຫຍັງມັນຈຶ່ງສໍາຄັນໃນການຮຽກຮ້ອງສິດ ແລະ ອະນາຄົດຂອງຄວາມຫຼາກຫູາຍທາງເພດທີ່ຢາກເຫັນ ເຊິ່ງ ມາພ້ອມກັບແຂກຮັບເຊີນທີ່ເປັນຕົວແທນໄວໜຸ່ມຈາກຫຼາກຫຼາຍຂົງເຂດ ທີ່ຈະມາເລົ່າປະສົບການຂອງພວກເຂົາ ກ່ຽວກັບສິ່ງທີ່ເກີດຂື້ນ, ມຸມມອງຂອງສັງຄົມ ການເອົາຊະນະຕໍ່ກັບອຸປະສັກ ແລະ ສິ່ງທີ່ພວກເຂົາເຮັດປະສົບຜົນສຳເລັດຄັ້ງໜຶ່ງຂອງຊີວິດ. ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ເຊິ່ງຈະມີການໍາເອົາບຸກຄົນທີ່ມີປະສົບການໂດຍກົງ ລວມເຖິງນັກວິຊາການ ມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ສະໜັບສະໜູນໂດຍ: ສະມາຄົມພັດທະນາບົດບາດຍິງ-ຊາຍ Gender Development Association ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr

    Fri, 05 Aug 2022 - 17min
  • 12 - ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] 2/2

    ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] 2/2 ການຢູ່ກ່ອນແຕ່ງ ແລະ ແຕ່ງກ່ອນຢູ່ມີທັງຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນໄປ ເຊິ່ງກໍຂຶ້ນກັບຕົວບຸກຄົນນັ້ນວ່າມີມູມມອງແນວໃດຕໍ່ກັບປະເດັນດັ່ງກ່າວ. ຈາກຕອນທີ່ 1/2 ເຮົາໄດ້ເຫັນທັດສະນະຄະຕິຂອງແຂກຮັບເຊີນທີ່ມາສະແດງຄວາມຄິດເຫັນຕໍ່ປະເດັນດັ່ງກ່າວ (https://www.facebook.com/infolaopdr/videos/1082733735666027) [EP.02] 2/2 ຈະມາເວົ້າເຖິງດ້ານກົດໝາຍຂອງ ສ.ປ.ປ.ລາວ ໄດ້ກ່າວເຖິງການຢູ່ນຳກັນກ່ອນແຕ່ງງານແນວໃດແດ່ ແລະ ສິ່ງທີ່ຄວນຮູ້ກ່ອນການຢູ່ນຳກັນກ່ອນການແຕ່ງງານ ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr

    Fri, 05 Aug 2022 - 17min
  • 11 - ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] PART 1

    ຢູ່ກ່ອນແຕ່ງ VS ແຕ່ງກ່ອນຢູ່ | INFO. - ເລົາສູ່ກັນຟັງ [EP.02] 1/2 ການຢູ່ກ່ອນແຕ່ງ ແລະ ແຕ່ງກ່ອນຢູ່ມີທັງຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນໄປ ເຊິ່ງກໍຂຶ້ນກັບຕົວບຸກຄົນນັ້ນວ່າມີມູມມອງແນວໃດຕໍ່ກັບປະເດັນດັ່ງກ່າວ. ມື້ນີ້ທາງອິນໂຟໄດ້ນໍາເອົາປະເດັນດັ່ງກ່າວມາໃຫຖົກຖາມກັນ ແລະ ມາສະແດງຄວາມຄິດ ເພື່ອເປີດຮັບມູມມອງເຊິ່ງກັນແລະກັນໃຫ້ຫຼາຍຂຶ້ນ. 00:00 Intro 00:33 ຈະເລືອກຫຍັງລະຫວ່າງ ແຕ່ງກ່ອນຢູ່ ຫຼື ຢູ່ກ່ອນແຕ່ງ 09:31 ເຈົ້າເລີ່ມຮູ້ຕົວວ່າຢາກຢູ່ກ່ອນແຕ່ງງານຕັ້ງແຕ່ຕອນໃດ? 16:55 ການຢູ່ກ່ອນແຕ່ງງານມີຂໍ້ດີ ແລະ ຂໍ້ເສຍແນວໃດ? 22:27 ໃນຕອນຕໍ່ໄປ ເລົ່າສູ່ກັນຟັງ ເປັນລາຍການທີ່ເຮົາເຮັດຂຶ້ນມາເພື່ອບອກເລົ່າປະສົບການກຽວກັບປະເດັນຕ່າງໆ ທີ່ໄດ້ຕໍ່ຍອດມາຈາກລາຍການ “ເຊົາຄາໃຈ” ເຊິ່ງຈະມີການໍາເອົາບຸກຄົນ ລວມເຖິງນັກວິຊາການມາເລົ່າປະສົບການຕາມແຕ່ລະຫົວຂໍ້ທີ່ໄດ້ກໍານົດຂິ້ນມາ. ຊ່ອງທາງຕິດຕາມອື່ນໆ: Tiktok: www.tiktok.com/@infolaos Facebook: https://rebrand.ly/infolaopdr Youtube: https://rebrand.ly/thepasstudio Instagram: https://rebrand.ly/Infolaos Soundcloud: https://rebrand.ly/soundlcoud_infolaopdr

    Fri, 05 Aug 2022 - 22min
Mostra altri episodi