Nach Genre filtern

ທັນເຫດການ ເມືອງລາວ

ທັນເຫດການ ເມືອງລາວ

RFA

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ.


Hosted on Acast. See acast.com/privacy for more information.

178 - ການປຸ້ນສະດົມທາດຫລວງ
0:00 / 0:00
1x
  • 178 - ການປຸ້ນສະດົມທາດຫລວງ

    Episode 27 - ທາດຫລວງຖືກປຸ້ນສະດົມ ແລະ ທັບມ້າງໃນປີໃດ ແລະ ແມ່ນໃຜເຂົ້າມາທັບມ້າງເອົາຊັບສິນ ຈາກທາດຫລວງ. ກ່ອນທີ່ຈະມີທາດຫລວງຈົນທຸກມື້ນີ້ ມີຄວາມລະອິດລະອ້ຽວແນວໃດ.

    Hosted on Acast. See acast.com/privacy for more information.

    Fri, 27 Nov 2026 - 13min
  • 177 - ສານເຄມີແຮ່ຫາຍາກ ເມືອງຊໍາເໜືອ ຍັງແກ້ໄຂບໍ່ຕົກ

    Episode 26 - ນາຍົກ ພຽງແຕ່ຕີຄິ້ວໃສ່ ນ້ອງຊາຍ ທີ່ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເທົ່ານີ້ ບັນບໍ່ແຮ່ທີ່ສ້າງຜົນກະທົບ ຕໍ່ປະຊາຊົນ ກໍ່ສາມາດແກ້ໄຂໄດ້ແລ້ວ, ແຕ່ ເປັນຫຍັງສານເຄມີ ຍັງຮົ່ວໄຫຼລົງໃສ່ແມ່ນໍ້າ ສ້າງຜົນກະທົບ ແກ່ປະຊາຊົນ. ແລ້ວ ປີ 2026 ມີຈັກເຫດການທີ່ເກີດ ນີ້ ຄືບົດທົດສອບ ນາຍົກໃໝ່ ສະເຫຼີມໄຊ ກົມມະສິດ

    Hosted on Acast. See acast.com/privacy for more information.

    Fri, 20 Nov 2026 - 15min
  • 176 - ປະຊາຊົນລາວ ກິນສານເຄມີ ຈາກໂຄງການບໍ່ແຮ່ ແລ້ວຈະເກີດຫຍັງຂຶ້ນ?

    Episode 25: ເນື້ອທີ່ສຳປະທານຫຼາຍເຖິງ 7 ລ້ານເຮັກຕາ ແຕ່ປະຊາຊົນທີ່ອາໄສຢູ່ໃກ້ເຂດຂຸດຄົ້ນແຮ່ ສ່ວນໃຫຍ່ກຳລັງປະເຊີນກັບຜົນກະທົບດ້ານສິ່ງແວດລ້ອມ ໂດຍສະເພາະບັນຫາສານເຄມີຮົ່ວໄຫຼລົງສູ່ແຫຼ່ງນ້ຳ.

    Hosted on Acast. See acast.com/privacy for more information.

    Fri, 13 Nov 2026 - 17min
  • 175 - ດຣາມ້າ ເຮືອ LDB ໄດ້ແຊ້ມແບບຂາວສະອາດ ຫຼື ເປັນການປຸ້ນເອົາແຊ້ມ?

    Episode 24: ເປັນປະເດັນດຣາມ້າ ທີ່ສັງຄົມໃຫ້ຄວາມສົນໃຈໃນໄລຍະນີ້ເນາະ ກໍຄື ດາມ່າການແຂ່ງຂັນຊ່ວງເຮືອນະຄອນ ປາກເຊ ໃນວັນທີ່ 28 ຕຸລາ ຜ່ານມານີ້. ເຫດການກໍຄືວ່າ ເຮືອຂອງ LDB ເຊິ່ງເປັນທີມທີ່ຊະນະການແຂ່ງຂັນ ຂໍປ່ຽນເຮືອລົງແຂ່ງໃນຮອບຮອງ ເຊິ່ງກຳມະການແຂວງຈຳປາສັກ ກໍໃຫ້ປ່ຽນເຮືອ, ປົກກະຕິບໍ່ສາມາດປ່ຽນໄດ້.

    Hosted on Acast. See acast.com/privacy for more information.

    Fri, 06 Nov 2026 - 26min
  • 174 - ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ເປັນຂອງຈີນແລ້ວ 100 ເປີເຊັນ

    Episode 23: ເຮົາຊິມາຫາຄໍາຕອບກັນເບິ່ງ. ຫຼັງຈາກທີ່ບໍລິສັດເຂົ້າມາຖືຮຸ້ນຫຼັກແລ້ວ ມາເບິ່ງລາຍຊື່ຜູ້ບໍລິຫານຂອງບໍລິສັດດັ່ງກ່າວ ວ່າ ເປັນຄືແນວໃດ.

    Hosted on Acast. See acast.com/privacy for more information.

    Fri, 30 Oct 2026 - 14min
Weitere Folgen anzeigen