Nach Genre filtern
- 4816 - ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ
ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.
Thu, 17 Sep 2026 - 12min - 4815 - ນະໂຍບາຍ ເງິນບຳນານຂອງພັກ One Nation.
ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.
Thu, 17 Sep 2026 - 11min - 4814 - ສລຸບຂ່າວປະຈຳອາທິດ 17 ກັນຍາ 2026
ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.
Thu, 17 Sep 2026 - 14min - 4813 - ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ.
ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.
Thu, 17 Sep 2026 - 10min - 4812 - ສລຸບຂ່າວປະຈຳອ່ທິດ 100926
ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ.. ** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ... ** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana...
Thu, 10 Sep 2026 - 14min - 4811 - ໂຣກປະສາດການເຄື່ອນໄຫວ (Motor Neurone Disease)
ການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ. ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ. ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023. ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ.
Thu, 10 Sep 2026 - 09min - 4810 - ການຂຍາຍໂຕຂອງ ສົງຄາມຣັສເຊັຍ- Ukraine
ຫຼັງຈາກສົງຄາມຜ່ານໄປຫຼາຍກວ່າ 4 ປີ, ການຕໍ່ສູ້ລະຫວ່າງຣັສເຊັຍແລະ Ukraine ກໍາລັງທະວີຄວາມຮຸນແຮງຂຶ້ນ. ໃນຂນະທີ່ການຕໍ່ສູ້ເພື່ອດິນແດນທາງພື້ນດິນ ຍັງຄົງສເມີກັນເປັນສ່ວນໃຫຍ່, ແຕ່ສົງຄາມໃນທ້ອງຟ້າກໍາລັງຂຍາຍໂຕອອກ, ດ້ວຍໂດຣນແລະຂີປະນາວຸດ ທີ່ໂຈມຕີເລິກເຂົ້າໄປໃນທັງສອງປະເທດ ແລະສ້າງຄວາມກັງວົນວ່າ ຄວາມຂັດແຍ້ງນີ້ ອາດຈະລຸກລາມເລິກເຂົ້າໄປໃນຢູໂຣບ ຊຶ່ງກໍາລັງພິຈາຣະນາການບັງຄັບໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຂຶ້ນ ແລະການຈໍາກັດ ການເດີນທາງຂອງຊາວຣັສເຊັຍ, ໃນຂນະທີ່ປະເທດສະມາຊິກ ໄດ້ສັນຍາວ່າ ຈະເພີ່ມການປ້ອງກັນທາງອາກາດໃຫ້ Ukraine ຫຼາຍຂຶ້ນ.
Thu, 10 Sep 2026 - 09min - 4809 - ການຍິງຕອບໂຕ້ກັນລະຫວ່າງ ອາເມຣິກາ ແລະ ອິຣານ
Washington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehranກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ. ແຕ່ Qatar ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ ເຖິງແມ່ນວ່າ ທັງສະຫະຣັດອາເມຣິກາ ແລະອິຣານ ກໍາລັງ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.... ແລະ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ. ແຕ່ໃນຂນະທີ່ ພາສາທາງການທູດຍັງຄົງດໍາເນີນຕໍ່ໄປ, ການເສັຍຫາຍຂອງມະນຸດກໍເພີ່ມຂຶ້ນຕາມ.
Thu, 10 Sep 2026 - 08min - 4808 - ວິກິດຕົວຕົນ (Identity Crisis) ຂອງອຸດສາຫະກັມເພັດ
ລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ. ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ. ຍັງມີອີກຫຼາຍປັດຈັຍທີ່ເປັນສາເຫດ: ຈະຣິຍະທັມ (Ethics), ລາຄາຂອງພະລັງງານໃນການຜລິດ ແລະ ຄວາມນິຍົມ.
Thu, 03 Sep 2026 - 16min - 4807 - What are my rights if stopped by police in Australia? - ສິດທິຂອງຂ້ອຍແມ່ນຫຍັງ ຖ້າຖືກຕໍາຫຼວດສັ່ງໃຫ້ຢຸດ ໃນອອສເຕຣເລັຍ?
Police officers have a range of operational powers they can exercise under legislation, including to ask questions, give ‘move on’ directions and conduct searches. Here’s what you need to know about your basic rights and obligations in a police interaction. - ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນການກວດຄົ້ນ. ນີ້ແມ່ນສິ່ງທີ່ທ່ານຈໍາເປັນຕ້ອງຮູ້ ກ່ຽວກັບສິດທິ ແລະໜ້າທີ່ພື້ນຖານຂອງທ່ານ ໃນການປະຕິສໍາພັນກັບຕໍາຫຼວດ.
Thu, 03 Sep 2026 - 11min - 4806 - ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026
ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.
Thu, 03 Sep 2026 - 08min - 4805 - ສລຸບຂ່າວປະຈຳອາທິດ 03 ກັນຍາ 2026
ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ມີຄວາມກັງວົນຢ່າງຫນັກ ສໍາລັບຜູ້ສູນຫາຍຫຼາຍສິບຄົນ ໃນເຂດ ຖ້ວມ ເນປານ-ທິເບດ... ** ຕາມລາຍງານຂອງສະຫະປະຊາຊາດ ຊຶ່ງຄາດການວ່າ ອຸນຫະພູມໂລກຈະສູງກວ່າ 1.8 ອົງສາໃນອີກບໍ່ເທົ່າໃດປີຂ້າງໜ້າ... ແລະໃນຂ່າວກິລາ......... ຕໍານານບານເຕະ Lionel Messi ອໍາລາການແຂ່ງຂັນລະດັບສາກົນ...
Thu, 03 Sep 2026 - 11min - 4804 - ເກີດແຜ່ນດິນໄຫວໃນປະເທດ Colombia.
ແຜ່ນດິນໄຫວຂນາດ 7.4 ໃນປະເທດ Colombia ໄດ້ເຮັດໃຫ້ ມີຢ່າງ ໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales. ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ. ຫຼາຍປະເທດກຳລັງກຽມພ້ອມທີ່ຈະສົ່ງທີມມາຊ່ອຍເຫຼືອ ແມ່ນແຕ່ Venezuela ທີ່ໄດ້ຜ່ານເຫດການແຜ່ນດິນໄຫວສອງຄັ້ງ ທີ່ຮ້າຍແຮງ ໃນອາທິດຜ່ານມາ, ຊຶ່ງເຮັດໃຫ້ມີການສູນເສັຍຊີວິດ ຫຼາຍກວ່າ 6,300 ຄົນ.
Thu, 13 Aug 2026 - 08min - 4803 - ບົດບາດຂອງອອສເຕຣເລັຍ ຕໍ່ໄຟໄໝ້ປ່າໃນ ຢູໂຣບ.
ໄຟໄຫມ້ ກໍາລັງແພ່ລາມໄປທົ່ວຢູໂຣບ ແລະອາເມຣິກາເຫນືອ ແລະສົ່ງຜົນກະທົບທີ່ຮ້າຍແຮງ. ໃນຂນະທີ່ Greece ຍັງຄົງເປັນພື້ນທີ່ໄຟໄຫມ້ ທີ່ເຄື່ອນທີ່ໄວທີ່ສຸດໃນຢູໂຣບ, ປະເທດ France ໄດ້ຄວບຄຸມໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍສິບປີ, ແລະໃນຣັດ Washington, ໄຟໄດ້ທໍາລາຍບ້ານເຮືອນ ແລະທຸຣະກິດຫຼາຍຮ້ອຍແຫ່ງ. ອອສເຕຣເລັຍ ກໍາລັງໃຫ້ຢືມທີມງານ ແລະອຸປະກອນສະເພາະ ເພື່ອຊ່ວຍໃນການພະຍາຍາມນີ້, ໂດຍສົ່ງເຮລິໂຄບເຕີ Chinook, ເຮືອບິນລາດຕະເວນ ແລະບຸກຄະລາກອນຊ່ຽວຊານພິເສດ 25 ຄົນ ໄປຍັງປະເທດ France.
Thu, 13 Aug 2026 - 07min - 4802 - ສລຸບຂ່າວປະຈຳອາທິດ 130826Thu, 13 Aug 2026 - 13min
- 4801 - ການປະຊຸມສຸດຍອດພູມິພາກ ASEAN
ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້. ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.
Thu, 13 Aug 2026 - 08min - 4800 - ການສໍາຫຼວດສຳມະໂນປະຊາກອນ.
ທຸກໆ 5 ປີ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ຈະນັບທຸກຄົນ ແລະທຸກຄົວເຮືອນໃນປະເທດ ຊຶ່ງເປັນສ່ວນຫນຶ່ງ ຂອງການສໍາຫຼວດສຳມະໂນປະຊາກອນ. ພາບລວມທີ່ຄົບຖ້ວນ ຂອງອອສເຕຣເລັຍນີ້ ຄອບຄຸມທຸກຄົນໃນປະເທດ ພ້ອມທັງນັກທ່ອງທ່ຽວ, ນັກສຶກສາຕ່າງຊາດ ແລະຜູ້ຖືວີຊາຊົ່ວຄາວ. ປີນີ້, ການສໍາຫຼວດສຳມະໂນປະຊາກອນ ຈະມີຂຶ້ນໃນວັນອັງຄານ, ວັນທີ 11 ເດືອນສິງຫາ. ກ່ອນຄືນສໍາຫຼວດສຳມະໂນປະຊາກອນ, SBS ຈະຕອບຄໍາຖາມສໍາຄັນກ່ຽວກັບເວລາ, ເຫດຜົນ, ແລະວິທີການສໍາຫຼວດແຫ່ງຊາດ. ໃນຂນະທີ່ຂໍ້ມູນກ່ຽວກັບສຳມະໂນປະຊາກອນ ມີໃຫ້ໃນ 26 ພາສາຕ່າງໆ ໃນເວັບໄຊ ABS, ແຕ່ໃບສໍາຫຼວດ ຕ້ອງຖືກຂຽນເປັນພາສາອັງກິດ.
Fri, 07 Aug 2026 - 09min - 4798 - ນາຍົກຣັດຖະມົນຕີຄົນໃໝ່ຂອງຣັດ Victoria.
Jacinta Allan ໄດ້ລາອອກຈາກຕໍາແຫນ່ງ ນາຍົກຣັດຖະມົນຕີຣັດ Victoria ແລະໄດ້ຖືກແທນທີ່ ໂດຍຮອງນາຍົກຣັດຖະມົນຕີຂອງນາງ, Ben Carroll, ຜູ້ທີ່ໄດ້ເຂົ້າຮັບຕຳແໜ່ງ ໃນບ່າຍວັນອັງຄານ ທີ່ທຳນຽບ ຣັດຖະບານ ໂດຍທີ່ ຣັດຖະມົນຕີການຂົນສົ່ງ Gabrielle Williams ຈະດໍາລົງຕໍາແຫນ່ງຮອງຣັດຖະມົນຕີ ກ່ອນການເລືອກຕັ້ງຣັດ ໃນເດືອນພະຈິກ. ໃນຖານະນາຍົກຣັດຖະມົນຕີ Mr Carroll ສະແດງໃຫ້ເຫັນ ການຈໍາກັດການໃຊ້ຈ່າຍ ຂອງຣັດຖະບານ ແລະວິທີການທີ່ເຂັ້ມງວດຂຶ້ນ ໃນການຈັດການກັບອາຊະຍາກັມ.
Thu, 06 Aug 2026 - 09min - 4797 - ສະຖານະການໃນຕາເວັນອອກກາງ 310726.
ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ "ຄນະກັມມະການສັນຕິພາບ" ໃຫມ່ ໄດ້ບັນລຸຂໍ້ຕົກລົງ ທີ່ລາວເອີ້ນວ່າ ເປັນຂໍ້ຕົກລົງຄັ້ງ ປວັດສາດ ໃນການປົດອາວຸດຂອງ Hamas ແລະກຸ່ມຕິດອາວຸດອື່ນໆ ໃນ Gaza. ໃນຂໍ້ຄວາມໃນ Truth Social, ລາວກ່າວວ່າ ອາວຸດຈະຖືກສົ່ງມອບ ໃນຂັ້ນຕອນຕ່າງໆ ພາຍໃຕ້ການຄວບຄຸມຂອງນາໆຊາດ, ດ້ວຍກອງກໍາລັງອິສຣາເອລ ທີ່ຖອນອອກເທື່ຶອລະຂັ້ນ ເມື່ອແຕ່ລະຂັ້ນຕອນສໍາເຣັດ.
Thu, 06 Aug 2026 - 09min - 4796 - ສລຸບຂ່າວປະຈຳອາທິດ 060826Thu, 06 Aug 2026 - 13min
- 4795 - ການປ່ຽນຜ່ານດ້ານພະລັງງານ.
ເຂດ Hunter ຂອງ New South Wales ມີຄວາມກ່ຽວພັນ ກັບການຂຸດຖ່ານຫີນ ແລະການຜລິດພະລັງງານ ເປັນເວລາດົນນານ. ເມື່ອການປ່ຽນແປງ ໄປສູ່ພະລັງງານໃຫມ່ ກໍາລັງເພີ່ມຂຶ້ນ, ຜູ້ມີສ່ວນຮ່ວມສໍາຄັນ ກໍພະຍາຍາມໃຫ້ແນ່ໃຈວ່າ ມີວຽກເຮັດພຽງພໍ ສໍາລັບຄົນງານທີ່ຈະຖືກຍົກຍ້າຍ. ແຕ່ສຳລັບຜູ້ທີ່ເຮັດວຽກກ່ຽວກັບຖ່ານຫີນ ແລະເຄີຍໄດ້ຮັບຄ່າຈ້າງດີ ຈະເຮັດແນວໃດກັບອະນາຄົດຂອງເຂົາເຈົ້າ?
Fri, 31 Jul 2026 - 13min - 4794 - ຂໍ້ຕົກລົງນິວເຄລັຍລະຫວ່າງອາເມຣິກາ ກັບ Saudi Arabia.
ສະຫະຣັດອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງ ນິວເຄລັຍພົນລະເຮືອນ (Civilian Nuclear Agreement) ທີ່ສໍາຄັນກັບ Saudi Arabia, ຊຶ່ງເຮັດໃຫ້ບໍຣິສັດອາເມຣິກັນ ສາມາດຊ່ວຍສ້າງອຸດສາຫະກັມນິວເຄລັຍ ຂອງປະເທດໄດ້. Washington ກ່າວວ່າ ຂໍ້ຕົກລົງນີ້ ຊ່ອຍເສີມສ້າງ ຄວາມສໍາພັນກັບ Riyadh ແລະເປັນໄປຕາມມາດຕະຖານສູງສຸດ ຂອງຄວາມປອດພັຍນິວ ເຄລັຍ. ແຕ່ຜູ້ວິຈານກັງວົນວ່າ ມັນອາດຈະເພີ່ມຄວາມສ່ຽງ ໃນການແພ່ຂຍາຍອາວຸດນິວເຄລັຍ ເນື່ອງຈາກສະຫະຣັດ ແລະອີຣານ ຍັງຄົງຢູ່ໃນສົງຄາມທີ່ທະວີຄວາມຮຸນແຮງຂຶ້ນ.
Fri, 31 Jul 2026 - 08min - 4793 - ສລຸບຂ່າວປະຈຳອາທິດ 300726Fri, 31 Jul 2026 - 13min
- 4792 - ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ.
ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ ຊຶ່ງມີຈຸດສູນກາງ (The Epicentre) ຢູ່ໃນແຂວງ Kumamoto, ຊຶ່ງມີຄວາມເລິກປະມານ 10 ກິໂລແມັດ, ແລະເຮັດໃຫ້ເກີດການສັ່ນສະເທືອນຢ່າງຮຸນແຮງ ທົ່ວເກາະ Kyushu ທີ່ສົ່ງຜົນກະທົບ ໄປຫາແຂວງໃກ້ຄຽງຄື Nagasaki, Kagoshima, Fukuoka, Saga ແລະ Miyazaki. ຍັງມີການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຫຼາຍຄັ້ງ-ຮວມເຖິງຄັ້ງຫນຶ່ງ ທີ່ມີຄວາມຮຸນແຮງຂນາດ 6.1. ຣັດຖະບານເຕືອນຜູ້ຄົນໃຫ້ສັກສາຕົວເອງຈາກອັນຕະຣາຍ ແລະ ຣັດຖະບານ Takaichi ຈະພະຍາຍາມສຸດຄວາມສາມາດ ທີ່ຈະຕອບສນອງ ດ້ວຍເຫື່ອແຮງທັງຫມົດແລະ ໃຫ້ຄວາມສໍາຄັນກັບຊີວິດມະນຸດ ເໜືອທຸກຢ່າງ.
Fri, 31 Jul 2026 - 07min - 4791 - ຜົນກະທົບຂອງໄຟໄໝ້ປ່າໃນ Canada.
ໄຟປ່າຫລາຍຮ້ອຍຈຸດໃນ Canada ໄດ້ກໍ່ໃຫ້ເກີດລະດັບຄຸນນະພາບອາກາດ ທີ່ອັນຕະຣາຍທົ່ວປະເທດ ແລະສ່ວນໃຫຍ່ ຂອງສະຫະຣັດອາເມຣິກາ. ຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບອັນຕະຣາຍ ໃນພາກຕ່າງໆຂອງອາເມຣິກາເຫນືອ, ໃນຂນະທີ່ເຈົ້າຫນ້າທີ່ ແລະຜູ້ຊ່ຽວຊານດ້ານສຸຂະພາບ ຊຸກຍູ້ຜູ້ອາສັຍ ໃຫ້ຫລີກເວັ້ນຈາກການອອກນອກເຮືອນ.
Thu, 23 Jul 2026 - 09min - 4790 - ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer
ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ່ມີສຸຂະພາບດີຈະມີອາການ.
Thu, 23 Jul 2026 - 06min - 4789 - ຜູ້ສັງເກດການ ການປະມົງໃນເຂດເກາະປາຊີຟິກ.
ອີງຕາມເຈົ້າຫນ້າທີ່ການປະມົງໃນປາຊີຟິກ, ການລະເມີດທີ່ຍາກທີ່ສຸດປະການຫນຶ່ງ ເມື່ອເວົ້າເຖິງ ການປະມົງຫລາຍເກີນໄປ (Overfishing) ແມ່ນຄວາມສາມາດ ທີ່ຈະກວດສອບການຈັບປາ-ແລະຮັບຮອງການປະຕິບັດ ຕາມໃບອະນຸຍາດການປະມົງ. ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບເລື່ອງນີ້-ຜູ້ສັງເກດການ ການປະມົງປະຈຳການ ຢູ່ໃນເຮືອປະມົງການຄ້າຫລາຍລໍາເພື່ອເຝົ້າເບິ່ງ-ແຕ່ມັນຍັງຖືກຖືວ່າ ເປັນວຽກງານທີ່ອັນຕະຣາຍທີ່ສຸດໃນໂລກ.
Thu, 23 Jul 2026 - 10min - 4788 - ສລຸບຂ່າວປະຈຳອາທິດ 240726Thu, 23 Jul 2026 - 12min
- 4787 - ສລຸບ ໃນມື້ທີ 36 ຂອງ FIFA World Cup 2026Fri, 17 Jul 2026 - 05min
- 4786 - ສລຸບຂ່າວປະຈຳອາທິດ 16 ມີຖຸນາ 2026Fri, 17 Jul 2026 - 14min
- 4785 - ການປະມົງປາ Tuna ປາຊີຟິກຢ່າງຜິດກົດໝາຍ.
ການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດສຳລັບປະເທດໃນໝູ່ເກາະປາຊິຟິກ. ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ. ແຕ່ການຈັບປາຫຼາຍເກີນໄປຢ່າງບໍ່ມີການຄວບຄຸມ ພ້ອມທັງການຈັບປາຢ່າງຜິດກົດໝາຍ ເຮັດໃຫ້ມີຄວາມພະຍາຍາມໃນການກຳຈັດໃນເລື້ອງນີ້ ໂດຍ ໄດ້ຮັບການຮ່ວມມື ຈາກຫຼາຍປະເທດຊຶ່ງຮວວມທັງ ອອສເຕຣເລັຍດ້ວຍ.
Thu, 16 Jul 2026 - 09min - 4784 - ຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມຣິກາ.
ມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ. ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ. ຜູ້ນຳທົ່ວຢູໂຣບກໍຊຸກຍູ້ໃຫ້ມີການຍຸດຕິສົງຄາມ ເພາະມັນໄດ້ສ້າງຄວາມກະທົບໄປທົ່ວໂລກ.
Thu, 16 Jul 2026 - 08min - 4783 - ສລຸບເຕະບານໂລກ 100726
ປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0. Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ.
Fri, 10 Jul 2026 - 04min - 4782 - ການປະເມີນ ກ່ຽວກັບປັນຍາປະດິດ
ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.
Thu, 09 Jul 2026 - 06min - 4781 - ລາຍງາຍກ່ຽວກັບໄຟໄຫມ້ປ່າໃນ ຢູໂຣບ.
ໄຟໄຫມ້ປ່າຄັ້ງໃຫຍ່ ກໍາລັງທໍາລາຍພາກໃຕ້ຂອງຢູໂຣບ. ໄຟໄດ້ເຜົາຜານ ຫລາຍກວ່າ 42,000 Acres ທົ່ວປະເທດ Portugal, Spain, France ແລະ Greece, ຊຶ່ງເປັນເຂດທີ່ໃຫຍ່ກວ່າສອງເທົ່າຂອງManhattan ໃນສະຫະຣັດອາເມຣິກາ ແມ່ນແຕ່ການແຂ່ງຂັນຣົດຖີບ Tour de France ກໍຍັງໄດ້ຮັບຜົນກະທົບ.
Thu, 09 Jul 2026 - 06min - 4780 - ຜົນກະທົບຂອງ El Niño
ອີງຕາມແນວໂນ້ມ ຕາມລະດູ ຂອງສະຫະປະຊາຊາດ, El Niño ໄດ້ມາເຖິງທີ່ນີ້ ແລະຈະເພີ່ມຄວາມຮຸນແຮງຂຶ້ນ ລະຫວ່າງເດືອນກໍລະກົດ ແລະເດືອນກັນຍາ. El Niño ນີ້ ກິນເວລາປະມານ 9 ເຖິງ 12 ເດືອນ, ຊຶ່ງຈັດວ່າສູງ ຢູ່ໃນລະດັບທີສາມ ຈາກສີ່ລະດັບ ພາຍໃຕ້ລະບົບການຈໍາແນກປະເພດ ຂອງສະຫະປະຊາຊາດ. ໂດຍທີ່ມີຫລາຍທະວີບ ກໍາລັງຕໍ່ສູ້ກັບເຫດການທີ່ຮຸນແຮງ ແລະ El Niño ກໍາລັງທະວີຄວາມຮຸນແຮງຂຶ້ນຢ່າງວ່ອງໄວ, ຜູ້ຊ່ຽວຊານເຕືອນວ່າ ບໍ່ມີພາກພື້ນໃດ ທີ່ຈະບໍ່ຖືກກະທົບ.
Thu, 09 Jul 2026 - 10min - 4779 - ສລຸບຂ່າວເຕະບານໂລກ ປະຈຳວັນ 06 ມີຖຸນາ 2026
ຫລັງຈາກ 96 ເກມ, the FIFA World Cup ກໍມາເຖິງຮອບແປດທິມສຸດທ້າຍ ຊຶ່ງປະກອບດ້ວຍ: France, Morocco, Spain, Belgium, Norway, England, Argentina ແລະ Switzerland.
Thu, 09 Jul 2026 - 04min - 4778 - ຂ່າວຫຼ້າສຸດຈາກການແຂ່ງຂັນ ເຕະບານແຊ້ມປ້ຽນໂລກThu, 02 Jul 2026 - 04min
- 4777 - ສົງຄາມຕາເວັນອອກກາງ 290626
ໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່. ເຖິງແມ່ນວ່າ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ. ແຕ່ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ ທັງສອງຝ່າຍ.
Thu, 02 Jul 2026 - 09min - 4776 - ຄື້ນຄວາມຮ້ອນ ໃນຢູໂຣບ.
ອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ. ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.
Thu, 02 Jul 2026 - 11min - 4775 - ຄຳປາສັຍຂອງ Pauline Hanson ທີ່ National Press Club.
ຫລັງຈາກຫລາຍສິບປີ ຢູ່ຂອບນອກຂອງການເມືອງ, Pauline Hanson ໄດ້ມາປາກົດໂຕເປັນເທື່ອທໍາອິດທີ່ National Press Club ແລະໄດ້ປະກາດວ່າ ອອສເຕຣເລັຍຄວນເປັນປະເທດທີ່ມີວັດທະນະທັມດຽວ ພ້ອມທັງ ໄດ້ວິພາກວິຈານ ສະຖານີສື່ສານສາທາຣະນະ ແລະຢືນຢັນນະໂຍບາຍທາງການຂອງ One Nation ທີ່ຈະຍົກເລີກງົບປະມານ ຂອງ SBS ອີກດ້ວຍ.
Thu, 02 Jul 2026 - 06min - 4774 - ແຜ່ນດິນໄຫວທີ່ຮ້າຍແຮງໃນ Venezuela.
ແຜ່ນດິນໄຫວຂນາດ 7.2 ແລະ 7.5 ໄດ້ເກີດຂຶ້ນ ໃນພາກເຫນືອຂອງ Venezuela ພາຍໃນຫນຶ່ງນາທີ ໃນຄືນວັນພຸດ ຕາມເວລາທ້ອງຖິ່ນ, ໄດ້ກໍ່ໃຫ້ເກີດແຜ່ນດິນໄຫວ ຫລາຍກວ່າ 130 ເທື່ອ ແລະສ້າງຄວາມເສັຍຫາຍໃນວົງກວ້າງ. ຕັ້ງແຕ່ເຊົ້າວັນສຸກ, ຢ່າງຫນ້ອຍມີ 188 ຄົນໄດ້ຖືກຢືນຢັນວ່າ ເສັຍຊີວິດແລະຫລາຍກວ່າ 1 500 ຄົນໄດ້ຮັບບາດເຈັບ. ປະຊາຄົມນາໆຊາດ ກໍ ໄດ້ ໃຫ້ຄວາມຊ່ອຍເຫຼືດ ແມ່ນແຕ່ປະເທດອີຣານ ທີ່ໄດ້ຮັບຄວາມເສັຍຫາຍຈາກສົງຄາມ ກໍໄດ້ສເນີຄວາມຊ່ວຍເຫລືອຄືກັນ, ໃນຂນະທີ່ Pope Leo XIV ໄດ້ສົ່ງເງິນ 100,000 Euros ໄປຊ່ອຍເຊັ່ນກັນ.
Thu, 02 Jul 2026 - 09min - 4773 - ຂ່າວຫຼ້າສຸດຈາກ FIFA World Cup 2026: SocceroosFri, 26 Jun 2026 - 01min
- 4772 - ການລາອອກຈາກຕໍາແຫນ່ງຂອງ Keir Starmer.
Sir Keir Starmer ນາຍົກຣັດຖະມົນຕີອັງກິດ ໄດ້ປະກາດລາອອກຈາກຕໍາແຫນ່ງ ຜູ້ນໍາຂອງພັກ Labour. ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກຄວາມກົດດັນ ທີ່ເພີ່ມຂຶ້ນເປັນເວລາຫລາຍເດືອນ ຈາກພາຍໃນພັກຂອງລາວ, ແລະການສນັບ ສນູນຈາກສາທາຣະນະ ທີ່ຫຼຸດລົງ. ຕອນນີ້ ນະກັມມະການຈັດຕັ້ງ ຂອງ Labour Party ກໍາໜົດເວລາ ສໍາລັບການແຂ່ງຂັນຜູ້ນໍາ ເພື່ອຊອກຫາຜູ້ມາແທນລາວ ຊຶ່ງການສເນີຊື່ ຈະເປີດໃນວັນທີ 9 ເດືອນກໍລະກົດ ແລະປິດເມື່ອສະພາຢຸດພັກຜ່ອນໃນລະດູຮ້ອນ ໃນວັນທີ 16 ເດືອນກໍລະກົດ.
Thu, 25 Jun 2026 - 09min - 4771 - Are electric vehicles worth it in Australia?| Fuel in Focus - ການໃຊ້ຣົດໄຟຟ້າກຸ້ມຄ່າຫຼືບໍ່ໃນອອສເຕຣເລັຍ? ວ່າດ້ວຍການໃຊ້ພະລັງງານ.
Electric vehicles are becoming more common on Australian roads as fuel prices remain unstable and more drivers look for cheaper ways to travel. Here's what you need to know if you are thinking about making the switch. - ຣົດໄຟຟ້າ ກໍາລັງກາຍເປັນເລື້ອງທັມມະດາຫຼາຍຂຶ້ນ ຕາມຖນົນຫົນທາງໃນອອສເຕຣເລັຍ ເພາະລາຄານໍ້າມັນຍັງບໍ່ຫມັ້ນຄົງ ແລະ ຜູ້ຂັບຂີ່ຫຼາຍຄົນ ຊອກຫາວິທີ ທີ່ຖືກກວ່າໃນການເດີນທາງ. ນີ້ຄື ສິ່ງທີ່ທ່ານຕ້ອງຮູ້ ຖ້າຫາກທ່ານຄິດ ກ່ຽວກັບການປ່ຽນ ໄປໃຊ້ຣົດໄຟຟ້າ.
Thu, 25 Jun 2026 - 07min - 4770 - ການເຈຣະຈາລະຫວ່າງ ອີຣານ ແລະ ອາເມຣິກາ.
ຜູ້ເຈຣະຈາ ຂອງອີຣານ ແລະ ອາເມຣິກາ ໄດ້ສລຸບການສົນທະນາຮອບທໍາອິດ ໃນ Switzerland, ຊຶ່ງໄດ້ສິ້ນສຸດລົງຢ່າງກະທັນຫັນ ແລະກ່ອນກຳໜົດໃນ Lucerne. ແຫລ່ງຂ່າວທີ່ໃກ້ຊິດ ກັບກຸ່ມເຈຣະຈາຂອງອີຣານ ໄດ້ບອກສໍານັກຂ່າວ Tasnim ຂອງອີຣານວ່າ ຄນະທູດຂອງອີຣານ ໄດ້ຍ່າງອອກຈາກການເຈຣະຈາ ເພື່ອປະທ້ວງ ຕໍ່ຄວາມຄິດເຫັນ ຂອງປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ. ທັງສອງຝ່າຍ ຍັງຕິດຢູ່ກັບເງື່ອນໄຂຕ່າງໆ, ຮວມທັງການຫຼຸດຜ່ອນ ການຂວ້ຳບາດ, ການປົດປ່ອຍຊັບສິນ ທີ່ຖືກອາຍັດ ຂອງອີຣານ ແລະຄວາມເປັນຫ່ວງ ດ້ານຄວາມໝັ້ນຄົງ ກ່ຽວກັບ Lebanon ແລະຊ່ອງແຄບ.
Thu, 25 Jun 2026 - 10min - 4769 - ຂໍ້ຕົກລົງສັນຕິພາບ ໃນຕາເວັນອອກກາງ.
ສະຫະປະຊາຊາດ ຍິນດີກັບຂໍ້ຕົກລົງສັນຕິພາບ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ໂດຍຮັບຮູ້ວ່າ ຂໍ້ຕົກລົງນັ້ນ ເປັນຂັ້ນຕອນສໍາຄັນໃນການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນຂໍ້ຕົກລົງ ໃນສື່ມວນຊົນ, ໂດຍອະນຸຍາດໃຫ້ເປີດ Strait of Hormuz ໂດຍບໍ່ຄິດຄ່າຜ່ານທາງ ແລະຍົກເລີກການປິດກັ້ນທາງເຮືອ ຂອງອາເມຣິກາທັນທີ. ສະຫະຣັດອາເມຣິກາ ແລະອີຣານ ມີກໍາໜົດທີ່ຈະລົງນາມ ຂໍ້ຕົກລົງສັນຕິພາບ ໃນປະເທດ Switzerland ໃນວັນສຸກມື້ 19 ເດືອນມິຖຸນານີ້.
Thu, 18 Jun 2026 - 11min - 4768 - ການສລຸບເຫດການຕ່າງໆ ຂອງ FIFA World Cup 2026 EP 3
SBS News 'World Cup Daily, ທີ່ມີຫຼາຍກວ່າ 90 Podcast, ທີ່ພວກເຮົານໍາສເນີເລື່ອງລາວ ທັງໃນແລະນອກສນາມ, ແລະຂ້າພະເຈົ້າ ສັກ ພູມີຣັຕນ໌ ເປັນພິທີກອນຂອງທ່ານ. ຈາກເຫດການທີ່ລືມບໍ່ໄດ້, ຜູ້ຫຼິ້ນຄົນສໍາຄັນ ແລະໜ້າໃຫມ່, ພ້ອມທັງການໂຕ້ຖຽງໃນການແຂ່ງຂັນ, ເຮົາຈະນໍາເອົາປະເດັນຄໍາເວົ້າທີ່ຍິ່ງໃຫຍ່ທີ່ສຸດ ໃນແຕ່ລະມື້ ຂອງ FIFA World Cup 2026 ມາສເນີຕໍ່ທ່ານ.
Thu, 18 Jun 2026 - 19min - 4767 - ການບໍຣິຈາກເລືອດໃນ ອອສເຕຣເລັຍ.
ໃນວັນຜູ້ບໍຣິຈາກເລືອດສາກົນ ໃນວັນອາທິດ ທີ 4 ມີຖຸນາ, Lifeblood ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ບໍຣິຈາກເລືອດຫລາຍຂຶ້ນ, ໂດຍເຕືອນວ່າ ຄວາມຕ້ອງການແມ່ນບໍ່ປ່ຽນແປງ ແລະບໍ່ສາມາດສນອງໄດ້ ຖ້າປາດສະຈາກ ຜູ້ບໍຣິຈາກເປັນປະຈໍາ. ແຕ່ເມື່ອຈໍານວນພົນລະເມືອງຂອງອອສເຕຣເລັຍ ມີຄວາມແຕກຕ່າງຫລາຍຂຶ້ນ, ຜູ້ຊ່ຽວຊານກ່າວວ່າ ເລືອດຂອງປະເທດນີ້ ຕ້ອງສະທ້ອນເຖິງການປ່ຽນແປງນັ້ນ, ໂດຍທີ່ຄົນໄຂ້ບາງຄົນ ຕ້ອງການເລືອດທີ່ສອດຄ່ອງ ກັບພູມຫຼັງຂອງເຂົາເຈົ້າຫຼາຍຂຶ້ນ. ແຕ່ສໍາລັບບາງຄົນ, ການຕັດສິນໃຈທີ່ຈະບໍຣິຈາກ ແມ່ນຖືກຫລໍ່ຫລອມ ໂດຍວັດທະນະທັມ, ປະສົບການ ແລະຄວາມເຂົ້າໃຈຂອງລະບົບ.
Thu, 18 Jun 2026 - 07min - 4766 - ການປະຕິຮູບ NDIS.
ໃນຂນະທີ່ ການເຈຣະຈາກ່ຽວກັບ NDIS ຍັງດໍາເນີນຕໍ່ໄປ, ຜູ້ເຂົ້າຮ່ວມໃນ NDIS ກໍາລັງປະເຊີນກັບ ການລໍຖ້າດ້ວຍຄວາມກັງວົນ, ພ້ອມດ້ວຍແຜນການນີ້ ກຳໜົດໃຫ້ມີການດັດແປງຄັ້ງໃຫຍ່, ຮວມທັງການຕັດງົບປະມານ ຢ່າງຫລວງຫລາຍ. ພັກ Greens ຕ້ອງການເວລາຫລາຍຂຶ້ນ ທີ່ຈະກວດສອບການປ່ຽນແປງໂຄງສ້າງ ແລະການຕັດ NDIS, ສ່ວນ the Coalition ມີຄວາມສົນໃຈ ທີ່ຈະສະແດງຄວາມເປັນຫ່ວງ ກ່ຽວກັບ Negative Gearing, ການຫລຸດພາສີກຳໄລ ຈາກການລົງທຸນ (the Capital Gains Tax Discount) ແລະ Trusts.
Thu, 18 Jun 2026 - 09min - 4765 - ການຕໍ່ຕ້ານພາສີໃໝ່ຂອງ ອາເມຣິກາ
ສະຫະຣັດອາເມຣິກາ ໄດ້ສເນີການເກັບພາສີໃຫມ່ ຕໍ່ຄູ່ຄ້າ 60 ປະເທດ, ຮວມທັງອອສເຕຣເລັຍ, ໂດຍກ່າວຫາວ່າ ເຂົາເຈົ້າລົ້ມເຫຼວ ໃນການກຳໜົດ ແລະໃຊ້ແຮງງານບັງຄັບ ໃນສາຍໂສ້ສິນຄ້າ ຂອງເຂົາເຈົ້າ. ອອສເຕຣເລັຍກ່າວວ່າ ພາສີເຫລົ່ານີ້ຜິດ, ບໍ່ຍຸດຕິທັມ, ບໍ່ມີເຫດຜົນ, ແລະມັນບໍ່ແມ່ນການກະທໍາຂອງປະເທດ ທີ່ເປັນມິດ. ນາຍົກຣັດຖະທົນຕີ, Anthony Albanese, ກ່າວວ່າ ການເກັບພາສີເທື່ອສຸດທ້າຍ ແມ່ນເກີດຈາກ "ຄວາມຂັດແຍ່ງທາງອຸດົມການ".
Thu, 11 Jun 2026 - 07min - 4764 - ການຕາຍຜູ້ຮັກສາສັນຕິພາບໃນ Lebanon.
Hezbollah ໄດ້ປະຕິເສດຂໍ້ຕົກລົງ ການຢຸດຍິງຄັ້ງໃຫມ່ ລະຫວ່າງອິດສຣາເອລ ແລະ Lebanon. ຜູ້ນໍາຂອງກຸ່ມ ທີ່ສນັບສນູນໂດຍ Iran ກ່າວວ່າ ເງື່ອນໄຂດັ່ງກ່າວ ໄດ້ຖືກຕໍ່ຮອງກັນ ໃນການເຈຣະຈາທີ່ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມ-ແລະມັນກໍເທົ່າກັບ ການຍອມຈຳນົນຂອງ Hezbollah.
Thu, 11 Jun 2026 - 08min - 4763 - ການບໍຣິການຈັດຫາວຽກໃໝ່
ພາຍໃຕ້ລະບົບການບໍຣິການຈັດຫາວຽກປະຈຸບັນ, ຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ທີ່ຊອກຫາວຽກ ຕ້ອງໄດ້ພົບກັບຜູ້ໃຫ້ບໍຣິການ ຈັດຫາວຽກເອກກະຊົນ ພາຍໃຕ້ໂຄງການ 2 ພັນລ້ານໂດລາຕໍ່ປີ. ແຕ່ລະບົບຖືກວິຈານຢ່າງຫນັກວ່າ ບໍ່ຍຸດຕິທັມ ແລະເປັນການລົງໂທດ, ພ້ອມດ້ວຍການຮ້ອງຮຽນເປັນປະຈໍາ ກ່ຽວກັບການລະງັບສວັດດີການ ທີ່ບໍ່ເປັນທັມ ແລະຜູ້ໃຫ້ບໍຣິການ ທີ່ຂັບເຄື່ອນດ້ວຍຜົນກຳໄລ. ສຳລັບ ຜູ້ຊ່ຽວຊານ ກ່າວວ່າ ໃນລະບົບໃໝ່ນັ້ນ ການປ່ຽນແປງ ບໍ່ໄດ້ມີຫຍັງຫຼາຍກວ່າ ການປ່ຽນຊື່ເທົ່ານັ້ນ.
Thu, 11 Jun 2026 - 09min - 4762 - ເຫດການແຜ່ນດິນໄຫວໃນ Philippines.
ເກີດເຫດການແຜ່ນດິນໄຫວໃນ Philippines ຂນາດ 7.8 ຊຶ່ງກໍ່ໃຫ້ເກີດ Tsunami ສູງຫນຶ່ງແມັດເມື່ອ ວັນຈັນ 8 ມິຖຸນາ. ລາຍງານກ່າວວ່າມີຜູ້ເສັຍຊີວິດຢ່າງຫນ້ອຍ 35 ຄົນ ແລະ 12 ຄົນສູນຫາຍ. ຄຳເຕືອນ Tsunami ກໍມີຂຶ້ນບໍ່ດົນ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ-ຄຳເຕືອນ ໄດ້ຖືກສົ່ງອອກໄປທົ່ວເຂດປາຊີຟິກ, ຈົນເຖິງປະເທດຍີ່ປຸ່ນ ແລະໄຕ້ຫວັນ.
Thu, 11 Jun 2026 - 07min - 4761 - ການອົດອາຫານປະທ້ວງຕໍ່ ICE.
ຜູ້ຄົນຫລາຍຮ້ອຍຄົນ ໃນສູນກັກກັນຜູ້ອົບພະຍົບ ໃນຣັດ New Jersey ຂອງສະຫະຣັດອາເມຣິກາ ກໍາລັງອົດອາຫານປະທ້ວງ, ສະພາບທີ່ເຮິະຮ້າຍ ພາຍໃນອາຄານ Delaney Hall ແລະເຈົ້າໜ້າທີ່ ປະຕິບັດຕໍຜູ້ຖືກຄຸມຂັງ. ແຕ່ Department of Homeland Security ກ່າວວ່າ ບໍ່ມີສະພາບທີ່ບໍ່ດີ ຫລືການລະເມີດໃດໆ ຢູ່ທີ່ສະຖານທີ່ນັ້ນ.
Wed, 03 Jun 2026 - 09min - 4760 - ຄື້ນຄວາມຮ້ອນກ່ອນລະດູ ໃນຢູໂຣບ.
ຢູໂຣບຕາເວັນຕົກສ່ວນໃຫຍ່ ກຳລັງປະເຊີນກັບຄື້ນຄວາມຮ້ອນ ກ່ອນລະດູ, ຊຶ່ງນໍາໄປສູ່ການເຕືອນ ເລື່ອງສຸຂະພາບທົ່ວທະວີບ. ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ລະດູໃບໄມ້ປົ່ງ ທີ່ຮ້ອນອົບເອົ້າເຫລົ່ານີ້ ຈະກາຍເປັນເລື່ອງທັມມະດາຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ, ຊຶ່ງເປັນຄວາມທ້າທາຍອັນໃຫຍ່ຫລວງ ສໍາລັບຣັດຖະບານ. ແຕ່ Stephen Dixon ຈາກຫນ່ວຍງານບໍຣິການສະພາບອາກາດ ຂອງປະເທດອັງກິດ, ທີ່ຮູ້ຈັກກັນໃນນາມ the Met Office, ກ່າວວ່າ ມັນໄວເກີນໄປ ທີ່ຈະບອກວ່າ ສະພາບການຈະຮ້າຍແຮງຂຶ້ນ ຫລືບໍ່ ກ່ອນທີ່ມັນຈະດີຂຶ້ນ.
Wed, 03 Jun 2026 - 07min - 4759 - ການສແວງບຸນ Hajj ຂອງຊາວມຸສລິມ
Hajj ເປັນການການສແວງບຸນປະຈໍາປີ ທີ່ຊາວມູສລິມຫລາຍລ້ານຄົນ ທີ່ເຮັດດ້ວຍເຈດຕະນາ ທີ່ຈະປະກອບພິທີກັມທາງສາສນາ ດັ່ງທີ່ສາດສະດາ Mohammad ຂອງ Islam ໄດ້ສອນແກ່ຜູ້ຕິດຕາມຂອງລາວເມື່ອ 14 ສັດຕະວັດກ່ອນ. ແຕ່ Hajj ປີນີ້ມີຂຶ້້ນທ່າມກາງການຂັດແຍ້ງ ຫລະຫວ່າງ Iran, ອິດສະຣາເອລ ແລະ ສະຫະຣັດອາເມຣິກາ, ພ້ອມດ້ວຍການຢຸດຍິງ ທີ່ບໍ່ແນ່ນອນ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຫມັ້ນຄົງ ໃນພູມີພາກໃນວົງກວ້າງ ພ້ອມທັງູຄ່າຄອງຊີບທີ່ສູງຂຶ້ນຍ້ອນຜົນຂອງສົງຄາມອີກດ້ວຍ.
Wed, 03 Jun 2026 - 07min - 4758 - ທາງເລືອກຂອງງົບປະມານຂອງຝ່າຍຄ້ານ.
ໃນຄໍາຕອບ ເລື່ອງງົບປະມານຂອງລາວ, Tim Wilson ໄດ້ກ່າວຫາ ພັກLabor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ(Vision) ຂອງພັກ Liberal. ແຕ່ ອະດີດນາຍົກຣັດຖະມົນຕີ, Paul Keating, ໄດ້ສນັບສນູນການປ່ຽນແປງ ທີ່ສເນີໂດຍພັກ Labor. ສ່ວນ The Coalition ກໍາລັງສເນີໃຫ້ຕັດການຍ້າຍຖິ່ນຖານລົງຢ່າງຫລາຍ ໂດຍຜູກຈຳນວນຜູ້ຄົນ ທີ່ເຂົ້າມາໃນປະເທດ ນັ້ນຂຶ້ນຢູ່ກັບການສ້າງທີ່ຢູ່ອາສັຍໃຫມ່.
Wed, 03 Jun 2026 - 11min - 4757 - ຄວາມຮ້າຍແຮງຂອງການລະບາດຂອງ Ebola
ອົງການອະນາມັຍໂລກກ່າວວ່າ ການລະບາດຂອງອີໂບລາ (Ebola) ທີ່ແພ່ລະບາດ ໄປທົ່ວພາກຕາເວັນອອກຂອງ Congo ໄປຫາປະເທດ Uganda ທີ່ໃກ້ຄຽງ ອາດຮ້າຍແຮງກວ່າ ທີ່ລາຍງານຢ່າງເປັນທາງການ. ແຕ່ປະຊາຊົນກໍຍັງພະຍາຍາມດໍາເນີນຊີວິດປະຈໍາວັນຕໍ່ໄປ ທ່າມກາງຄວາມຢ້ານກົວທີ່ເພີ່ມຂຶ້ນ ວ່າການລະບາດ ກໍາລັງແພ່ລາມອອກໄປ ເກີນກວ່າທີ່ຈະຄວບຄຸມໄດ້.
Thu, 28 May 2026 - 06min - 4756 - ການລະບາດຂອງ Ebola ໃນ Africa.
ອົງການອະນາມັຍໂລກ (The World Health Organisation) ໄດ້ປະກາດວ່າ ມີການລະບາດຄັ້ງໃໝ່ຂອງ Ebola ໃນປະເທດ Congo ແລະ Uganda ເປັນເລື່ອງສຸກເສີນ ດ້ານສາທາຣະນະສຸກ ທີ່ນາໆຊາດມີຄວາມວິຕົກກັງວົນ ເພາະນອກຈາກ3ຣກນີ້ແລ້ວ ກໍຍັງມີປັນຫາເລື້ອງຄວາມບໍ່ສງົບພານໃນນຳອີກ. ແຕ່ກຸ່ມແນວຮ່ວມກະບົດ AFC-M23 Congo River alliance ກ່າວວ່າ ທຸກສິ່ງທຸກຢ່າງຢູ່ພາຍໃຕ້ການຄວບຄຸມ.
Thu, 28 May 2026 - 08min - 4755 - Tips to manage financial stress | Fuel in Focus - Tips to manage financial stress | Fuel in Focus
Australia's petrol and diesel prices remain under pressure. The RBA’s decision to hike the cash rate this month is adding to the financial strain facing many households. We look at some free and independent support services that are available to help people manage financial stress. - ລາຄານ້ຳມັນ ແລະນ້ຳມັນ Diesel ຂອງອອສເຕຣເລັຍຍັງຢູ່ໃນຄວາມກົດດັນ. ການຕັດສິນໃຈຂອງ RBA ທີ່ຈະຍົກລະດັບອັດຕາເງິນໃນເດືອນນີ້ ກໍາລັງເພີ່ມຄວາມກົດດັນທາງດ້ານການເງິນ ໃຫ້ແກ່ຫລາຍຄອບຄົວ. ເຮົາຈະມາເບິ່ງ ບໍຣິການຟຣີ ແລະເປັນອິດສຣະ ທີ່ມີໄວ້ໃຫ້ ເພື່ອຊ່ວຍຜູ້ຄົນ ໃນການຮັບມື ກັບຄວາມກົດດັນທາງການເງິນ.
Thu, 28 May 2026 - 07min - 4754 - ການປະຊຸມລະຫວ່າງ Trump ແລະ Xi
ການຢ້ຽມຢາມຂອງ Trump ຄັ້ງນີ້ເປີດເຜີຍ ເຖິງການດຳເນີນການຢ່າງລະມັດລະວັງ ແລະລະອຽດອ່ອນ ທີ່ທັງສອງມະຫາອໍານາດຕ້ອງປະເຊີນ, ໂດຍທີ່ Taiwan, ຄວາມເຄັ່ງຕຶງທາງການຄ້າ ແລະທາງທະຫານ ຍັງມີທ່າທີ່ວ່າ ຈະທໍາລາຍຄວາມສໍາພັນ ລະຫວ່າງ Washington ແລະ Beijing. ເຖິງແມ່ນຈະມີຂັດແຍ່ງ, ທັງ Washington ແລະ Beijing ໄດ້ໃຊ້ເວລາຂອງການຢ້ຽມຢາມ ເພື່ອສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ຍັງສາມາດຈັດການໄດ້ ແລະການແຂ່ງຂັນ ລະຫວ່າງອາເມຣິກາ ແລະຈີນ ບໍ່ຈໍາເປັນ ຕ້ອງກາຍເປັນຄວາມຂັດແຍ້ງ.
Thu, 28 May 2026 - 08min - 4753 - ການຢ້ຽມຢາມປະເທດຈີນຂອງ Donald Trump
ໃນ ການຢ້ຽມຢາມປະເທດຈີນຂອງ Donald Trumpຄັ້ງນີ້, ນອກຈາກ ພາສີການຄ້າ ແລະສົງຄາມໃນຕາເວັນອອກກາງ ເປັນຫົວຂໍ້ສໍາຄັນແລ້ວ, ຍັງດຶງດູດຄວາມສົນໃຈຢ່າງຫລາຍ ໃນປະເທດຈີນ ໂດຍສະເພາະ ກ່ຽວກັບການຜລິດ ແລະການຄ້າກັບ ອາເມຣິກາ. ນັກວິຈັຍຝ່າຍ China Studies ຢູ່ທີ່ມະຫາວິທະຍາລັຍ Australian National University, ກ່າວວ່າ ປະເທດຈີນ ຢາກເວົ້າກ່ຽວກັບສົງຄາມຄືກັນ, ແຕ່ອາດໄປໄກກວ່າ ຄວາມຂັດແຍ້ງ.
Wed, 20 May 2026 - 07min - 4752 - Trump ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງ Gulf countries
Donald Trump ກ່າວວ່າ ລາວໄດ້ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງຈາກປະເທດໃນອ່າວ (Gulf countries) ແຕ່ກໍຍັງ ກ່າວວ່າ ກອງທັບອາເມຣິກາ ຍັງຕຽມພ້ອມທີ່ຈະເດີນໜ້າໂຈມຕີ Iran ຕໍ່ໄປຢ່າງເຕັມທີ່ ຖ້າຫາກບໍ່ບັນລຸຂໍ້ຕົກລົງ. ສ່ວນຝ່າຍ Iran ກ່າວວ່າ ການເວົ້າລົມກັບWashington ແລະຄວາມພະຍາຍາມ ທີ່ຈະບັນລຸຂໍ້ຕົກລົງນັ້ນ ບໍ່ໄດ້ຫມາຍຄວາມວ່າ Iran ຢູ່ໃນຕໍາແຫນ່ງທີ່ອ່ອນແອ. ໃນຂນະດຽວກັນTehran ໄດ້ໃຊ້ການຄວບຄຸມການຄ້າທາງນ້ຳ ທີ່ສໍາຄັນໄປສູ່ອ່າວ, ຊຶ່ງເຮັດໃຫ້ລາຄານ້ຳມັນທົ່ວໂລກສູງຂຶ້ນ.
Wed, 20 May 2026 - 07min - 4751 - ການເລືອກຕັ້ງສ້ອມ (By-election)ໃນເຂດ Farrer.
David Farley ຜູ້ລົງສມັກຂອງ One Nation ໄດ້ຮັບໄຊຊນະໃນການເລືອກຕັ້ງສ້ອມ (By-election) ໃນເຂດ Farrer ຊຶ່ງຜູ້ຊ່ຽວຊານກ່າວວ່າ ພັກທີ່ປະຊາຊົນນິຍົມ ເປັນພະລັງທີ່ແຂງແຮງ, ໂດຍສະເພາະໃນເຂດພູມີພາກ. Pauline Hanson ຜູ້ນໍາຂອງ One Nation ໄດ້ບອກ Channel 9 ວ່າການເລືອກຕັ້ງຄັ້ງນີ້ ຈະເປັນຈຸດປ່ຽນສໍາລັບອອສເຕຣເລັຍ, ເພາະນີ້ຈະເປັນບ່ອນນັ່ງທຳອິດຂອງ One Nation ທີ່ໄດ້ຮັບໄຊຊະນະ ໃນສະພາຕ່ຳ.
Fri, 15 May 2026 - 06min - 4750 - ງົບປະມານແຫ່ງຊາດປີ 2026
ງົບປະມານປີນີ້ຖືກເອີ້ນວ່າ 'ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ'. ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກຄຳເຕືອນ ຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock ວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ. ຣັດຖະມົນຕີກະຊວງການຄັງກ່າວວ່າ ທາງເລືອກໃນງົບປະມານປີນີ້ ມີຄວາມຈໍາເປັນ.
Fri, 15 May 2026 - 10min - 4749 - ການເຈຣະຈາສັນຕິພາບໃນຕາເວັນອອກກາງ
ປະທານາທິບໍດີ Donald Trump ໄດ້ໃຫ້ຄວາມຫວັງອີກ ວ່າສະຫະຣັດອາເມຣິກາ ແລະ Iran ກໍາລັງເຂົ້າໃກ້ການຕົກລົງເທື່ອທໍາອິດ ທີ່ຈະຍຸດຕິສົງຄາມ ໃນຕາເວັນອອກກາງ ພ້ອມທັງກ່າວວ່າ ຖ້າຫາກເຂົາເຈົ້າບໍ່ເຫັນພ້ອມ-ການຖິ້ມລະເບີດ ກໍຈະເລີ່ມຕົ້ນໃຫມ່. ແຕ່ Jessica Genauer ຈາກສະຖາບັນ ນະໂຍບາຍສາທາຣະນະ ກ່າວວ່າ ສອງປະເທດຍັງຢູ່ໃນທາງຕັນ.
Fri, 15 May 2026 - 07min - 4748 - Hantavirus ແມ່ນຫຍັງ?
Hantavirus ເປັນເຊື້ອໄວຣັສຊະນິດຫນຶ່ງ ທີ່ມີໜູເປັນໂຕແພ່ເຊື້ອເປັນສ່ວນໃຫຍ່ ແຕ່ກໍສາມາດຖ່າຍທອດໄປສູ່ມະນຸດໄດ້. ຕອນນີ້ມີການພົບເຈັດກໍຣະນີຂອງ Hantavirus ທີ່ຮ້າຍແຮງ ໃນການລະບາດທີ່ໜ້າສົງສັຍ ຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງອາຟຣິກາຕາເວັນຕົກ. ແລະໃນອອສເຕຣເລັຍ, ບໍ່ມີການລາຍງານ ເຖິງກໍຣະນີຕິດເຊື້ອຂອງມະນຸດ.
Fri, 15 May 2026 - 07min - 4747 - ອາເມຣິກາ ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz.
ປະທານາທິບໍດີ Donald Trump ໄດ້ເປີດເຜີຍລາຍລະອຽດເລັກນ້ອຍ ກ່ຽວກັບແຜນ ທີ່ລາວເອີ້ນວ່າ Project Freedom, ໂດຍກ່າວວ່າ ມັນເປັນການເຄື່ອນໄຫວ ດ້ານມະນຸດສະທັມ ໂດຍໄດ້ປະກາດແຜນການ ທີ່ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz. ໃນຂນະດຽວກັນ, Iran ໄດ້ສົ່ງຂໍ້ ສເນີ 14 ຂໍ້ຕໍ່ສະຫະຣັດອາເມຣິກາ ເພື່ອຮຽກຮ້ອງ ໃຫ້ຍຸດຕິການສູ້ຮົບຢ່າງຖາວອນ ແລະຖອນກອງກຳລັງ ຂອງສະຫະຣັດອາເມຣິກາ ອອກຈາກພູມິພາກທັງໝົດ.
Fri, 08 May 2026 - 08min - 4746 - ການຖອນໂຕອອກຈາກ OPEC ຂອງ UAE
United Arab Emirates ໄດ້ປະກາດວ່າ ມັນຈະອອກຈາກອົງການຂອງປະເທດສົ່ງອອກນ້ຳມັນ (the Organization of the Petroleum Exporting Countries) ຫຼື OPEC-ຕັ້ງແຕ່ເດືອນພຶດສະພາ. ນັກວິເຄາະກ່າວວ່າ ການຕັດສິນໃຈນັ້ນ ສະທ້ອນເຖິງຄວາມແຕກແຍກທີ່ເພີ່ມຂຶ້ນກັບ Saudi Arabia, ແລະຄວາມສໍາພັນທີ່ເຂັ້ມແຂງ ກັບສະຫະຣັດອາເມຣິກາ.
Fri, 08 May 2026 - 08min - 4745 - ການລະເມີດຄວາມປອດພັຍ ໃນງານຂອງ White House
ມີການລ່ວງລະເມີດຄວາມປອດພັຍຄັ້ງໃຫຍ່ ໃນງານລ້ຽງອາຫານຄ່ຳ ຂອງຜູ້ສື່ຂ່າວຂອງ White House, ໂດຍທີ່ຜູ້ຕ້ອງສົງສັຍ ຈະປາກົດໂຕໃນສານ. ການສືບສວນກໍຍັງດຳເນີນຕໍ່ໄປ ໃນຂນະທີ່ Trump ໄດ້ສວຍໂອກາດໃຊ້ ເຫດການນັ້ນ ເປັນຜົນປໂຍດທາງການເມືອງຂອງລາວຢ່າງໄວ ພ້ອມທັງກ່າວວ່າ ເຫດການນັ້ນ ສະແດງໃຫ້ເຫັນເຖິງຄວາມຈໍາເປັນ ທີ່ຈະສ້າງຫ້ອງເຕັ້ນລໍາ ທີ່ເປັນເລື້ອງໂຕ້ຖຽງກັນຂອງລາວ ຢູ່ທີ່ White House.
Fri, 08 May 2026 - 07min - 4744 - ວັນຄົບຮອບ 40 ປີ ຂອງພັຍພິບັດທີ່ Chernobyl
ໃນວັນຄົບຮອບ 40 ປີ ຂອງພັຍພິບັດນິວເຄລັຍ Chernobyl, ປະທານາທິບໍດີ Ukraine, Volodymyr Zelenskyy ແລະປະທານາທິບໍດີ ຂອງ Moldova, Maia Sandu, ໄດ້ພົບກັນທີ່ Kyiv. ຜູ້ນຳທັງສອງໄດ້ກ່າວປະນາມພຶດຕິກັມຂອງຣັສເຊັຍກ່ຽວກັບສົງຄາມທີ່ກຳລັງດຳເນີນຢູ່ໃນ Ukraine.
Fri, 08 May 2026 - 04min - 4743 - ຄວາມລົ້ມເຫຼວໃນການເຈຣະຈາ ສັນຕິພາບໃນຕາເວັນອອກກາງ
ການເຈຣະຈາ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ລົ້ມເຫລວ ຫລັງຈາກປະທານາທິບໍດີ Donald Trump ໄດ້ປະກາດໃນວັນອາທິດ ວ່າຈະຍົກເລີກການເດີນທາງ ຂອງອັກຄະທູດໄປ Pakistan. Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ກັບສະຫະຣັດອາເມຣິກາ, ດ້ວຍຄວາມສົງສັຍ ໃນຄໍາຫມັ້ນສັນຍາຂອງເຂົາເຈົ້າ ໃນການແກ້ໄຂທາງການທູດ, ໃນຂນະທີ່ ເຂົາເຈົ້າຮຽກຮ້ອງ ໃຫ້ຢຸດການໂຈມຕີ ຂອງອິດສະຣາເອລໃນ Lebanon.
Thu, 30 Apr 2026 - 09min - 4742 - ການດູແລເລື້ອງອາບນ້ຳຂອງຜູ້ສູງອາຍຸ.
ຕອນນີ້ຣັດຖະບານ ໄດ້ຍົກເລີກນະໂຍບາຍເລື່ອງເງິນຊ່ອຍເຫຼືອ ສໍາລັບການອາບນ້ຳ ຫລັງຈາກມີການຮ້ອງຮຽນຈາກຜູ້ອາສັຍ (ໃນສະຖານທີ່ດູແລຜູ້ສູງອາຍຸ), ຄອບຄົວ ແລະຜູ້ສນັບສນູນ. ຣັດຖະບານກໍຈະເອົາເງຶນຊ່ອຍເຫຼືອດ້ານນີ້ກັບມາຄືນ ແຕ່ ຈະຕັດການຊ່ວຍເຫຼືອສໍາລັບປະກັນສຸຂະພາບສ່ວນຕົວ ສໍາລັບຜູ້ສູງອາຍຸອອສເຕຣເລັຍ.
Thu, 30 Apr 2026 - 09min - 4741 - ການເຈຣະຈາກ່ຽວກັບ LEBANON.
ການເຈຣະຈາສັນຕິພາບໃນ ເລບານອນ ກຳລັງດຳເນີນຕໍ່ໄປ ໃນຂນະທີ່ Hezbollah ໄດ້ເນັ້ນຫນັກ ເຖິງການຄັດຄ້ານຂອງຕົນ ຕໍ່ການເຈຣະຈາແບບຫນ້າຕໍ່ຫນ້າ ເມື່ອບໍ່ດົນມານີ້, ໂດຍຮຽກຮ້ອງ ໃຫ້ເລບານອນ ຖອນຕົວອອກຈາກການຕິດຕໍ່ໂດຍກົງ ກັບອິດສະຣາເອລ ໃນທຸກຮູບແບບ. ໃນຂນະດຽວກັນ, Trump ກ່າວວ່າ ການເຈຣະຈາລະດັບຜູ້ນໍາ ຈະມີຫລາຍຂຶ້ນໃນອາທິດຕໍ່ໄປ.
Thu, 30 Apr 2026 - 07min - 4740 - ສະຖານະການເຈຣະຈາສັນຕິພາບໃນ Iran.
ມີອຸບປະສັກຫຼາຍຢ່າງໃນການເຈຣະຈາສັນຕິພາບໃນ Iran. ບໍ່ວ່າຈະເປັນປັນຫາຊ່ອງແຄບ Hormuz, ປັນຫາ Nuclear, ສົງຄາມລະຫວ່າງ Israel ແລະ Lebanon ຫຼື ການປິດກັ້ນທ່າເຮືອ ຂອງ Iran ໂດຍອາເມຣິກາ.
Thu, 30 Apr 2026 - 07min - 4739 - ການຣົນນະຣົງການສັກວັກຊີນ RSV
ການລົງທຶນຂອງຣັຖບານກາງ ມູນຄ່າ 445 ລ້ານໂດລານັ້ນ ຫມາຍຄວາມວ່າ ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນຟຣີ ຈາກກາງເດືອນພຶດສະພາ, ຊຶ່ງຈະຊ່ອຍທ້ອນເງິນໄດ້ເຖິງ 300 ໂດລາ ຕໍ່ການສັກວັກຊີນ. ຣັດຖະບານກາງ ໄດ້ປະກາດການສັກວັກຊີນ RSV ຟຣີ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ຄົນ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກໄວຣັສທາງເດີນຫາຍໃຈ ທີ່ອາດເຖິງຕາຍໄດ້.
Fri, 24 Apr 2026 - 09min - 4738 - ການຢຸດຍິງໃນLebanon ເປັນເວລາ 10 ມື້.
ອິດສະຣາເອລ ໄດ້ຕົກລົງຢຸດຍິງ ເປັນເວລາ 10 ມື້ ກັບຣັດຖະບານLebanon ຫລັງຈາກການເຈຣະຈາໃນ Washington ເມື່ອບໍ່ດົນມານີ້. ເຖິງແມ່ນວ່າ Hezbollah ບໍ່ໄດ້ມີສ່ວນຮ່ວມໂດຍກົງ ໃນການເຈຣະຈາ ແຕ່ເບິ່ງຄືວ່າ ເຕັມໃຈ ທີ່ຈະສນັບສນູນ ການສງົບເສິກຊົ່ວຄາວ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ການເຈຣະຈາ ລະດັບຜູ້ນໍາ ຄາດວ່າຈະຕາມມາ ໃນສອງສາມມື້ຂ້າງໜ້າ.
Fri, 24 Apr 2026 - 07min - 4737 - Think before you pack: Australia’s customs and biosecurity rules explained - ຄິດກ່ອນເກັບກະເປົາເດີນທາງ: ອະທິບາຍກົດຄວາມປອດພັຍ ທາງຊີວະພາບຂອງອອສເຕຣເລັຍ.
Customs is generally the first point of contact for people entering Australia. Our Border Force Officers are there waiting. They ensure that we don’t bring in prohibited goods that could threaten Australia’s unique environment, economy and communities. Before you zip up your suitcase, here’s what you need to know about what can—and can’t—cross the border, and what’s at stake if biosecurity rules are ignored. - ໂດຍທົ່ວໄປແລ້ວ ສຸນລະກາກອນ (Customs) ເປັນຈຸດຕິດຕໍ່ທໍາອິດ ສໍາລັບຜູ້ທີ່ເດີນທາງເຂົ້າມາໃນອອສເຕຣເລັຍ. ເຈົ້າຫນ້າທີ່ Border Forceຂອງພວກເຮົ າກໍາລັງລໍຖ້າຢູ່ທີ່ນັ້ນ. ເຂົາເຈົ້າໃຫ້ແນ່ໃຈວ່າ ເຮົາຈະບໍ່ນໍາສິ່ງຂອງຕ້ອງຫ້າມເຂົ້າມາ ຊຶ່ງອາດເປັນພັຍຕໍ່ສະພາບແວດລ້ອມ, ເສດຖະກິດ ແລະຊຸມຊົນທີ່ພິເສດຂອງອອສເຕຣເລັຍ. ກ່ອນທ່ານຈະເກັບກະເປົ໋າເດີນທາງຂອງທ່ານ, ນີ້ຄືສິ່ງທີ່ທ່ານຕ້ອງຮູ້ ກ່ຽວກັບສິ່ງທີ່ສາມາດ-ແລະບໍ່ສາມາດ-ນຳຂ້າມເຂດແດນ, ແລະສິ່ງທີ່ຈະສ່ຽງ ຖ້າຫາກກົດລະບຽບຄວາມປອດພັຍ ທາງຊີວະພາບບໍ່ຖືກເອົາໃຈໃສ່.
Fri, 24 Apr 2026 - 12min - 4736 - ການກວດສອບສື່ສານມວນຊົນ.
ຄນະກັມມະການຄວາມປອດພັຍ ທາງອິນເຕີເນັດ (the e-Safety Commission) ກໍາລັງກວດສອບ ຖານອິນເຕີເນັດ ທີ່ໃຫຍ່ທີ່ສຸດບາງແຫ່ງ ໃນຄວາມສົງສັຍວ່າ ບໍ່ປະຕິບັດຕາມມາດຕະການ ທໍາອິດຂອງໂລກ, ໂດຍມີເປົ້າຫມາຍ ທີ່ Instagram ແລະ Facebook ຂອງ Meta, ແລະ YouTube, Snapchat ແລະ TikTok ຂອງ Google. ຜູ້ຊ່ຽວຊານ ຂອງອອສເຕຣເລັຍກ່າວວ່າ ຄວາມກົດດັນທົ່ວໂລກ ທີ່ເພີ່ມຂຶ້ນ ຕໍ່ບໍຣິສັດສື່ສານມວນຊົນ ສາມາດພິສູດວ່າເປັນວິທີ ທີ່ມີປະສິດທິພາບຫລາຍທີ່ສຸດ ໃນການປ່ຽນແປງ.
Fri, 24 Apr 2026 - 06min - 4735 - ຄວາມປອດພັຍຂອງ ກອງຮັກສາສັນຕິພາບ.
ກອງກຳລັງຊົ່ວຄາວ ຂອງສະຫະປະຊາຊາດໃນ Lebanon-ຊຶ່ງມີທະຫານຮັກສາສັນຕິພາບປະມານ 10,000 ຄົນຈາກ 46 ປະເທດ, ແລະເຂົາເຈົ້າ ໄດ້ຢູ່ໃນ Lebanon ໃນບາງຮູບແບບ ຕັ້ງແຕ່ປີ 1978 ເພື່ອຮັກສາຄວາມຫມັ້ນຄົງ ຢູ່ຊາຍແດນ ກັບອິດສະຣາເອລ ແລະປົກປ້ອງພົນລະເຮືອນ ໄດ້ຢູ່ພາຍໃຕ້ການຄຸກຄາມດ້ານຄວາມປອດພັຍຈາກກອງທັບອິສຣາເອລ.
Thu, 16 Apr 2026 - 07min - 4734 - ການເຈຣະຈາສັນຕິພາບໃນຕາເວັນອອກກາງ.
ຄວາມລົ້ມເຫລວ ຂອງການເຈຣະຈາສັນຕິພາບໃນຕາເວັນອອກກາງ ແລະແຜນຂອງ ສະຫະຣັດອາເມຣິກາ ທີ່ຈະປິດກັ້ນຊ່ອງແຄບ Hormuz, ໄດ້ເຮັດໃຫ້ພູມີພາກ ທີ່ມີຄວາມເຄັ່ງຕຶງຢູ່ແລ້ວ ຕ້ອງສັ່ນສະເທືອນ ແລະກໍ່ໃຫ້ເກີດຄວາມຢ້ານກົວວ່າ ຈະມີການສູ້ຮົບຄັ້ງໃໝ່. ສຳລັບຕອນນີ້, ເບິ່ງຄືວ່າ ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກໍາລັງຍ່າງກ້າວຕໍ່ໄປ, ໂດຍສັນຍາວ່າ ຈະໃຊ້ກອງທັບເຮືອອາເມຣິກາ ໃນການປິດກັັ້ນກຳປັ່ນ ທີ່ຈະຜ່ານ Strait of Hormuz ແລະທ່າເຮືອທັງຫມົດຂອງ Iran.
Thu, 16 Apr 2026 - 08min - 4733 - ວັກຊີນປ້ອງກັນໄຂ້ຫວັດໃຫຍ່ subclade K ຫລື Super-K
ຜູ້ຊ່ຽວຊານເລື່ອງໂຣກຕິດເຊື້ອ ກໍາລັງຊຸກຍູ້ທຸກຄົນ ໃຫ້ໄປສັກວັກຊີນ ປ້ອງກັນໄຂ້ຫວັດໃຫຍ່ ເພື່ອພະຍາຍາມປ້ອງກັນ ບໍ່ໃຫ້ເກີດຊ້ຳ ຄືກັບປີກາຍນີ້ອີກ ຊຶ່ງເຮັດໃຫ້ອອສເຕຣເລັຍ ມີຄົນຕາຍຈາກໄຂ້ຫວັດໃຫຍ່ ເປັນຈໍານວນຫລວງຫລາຍ. ມີຫລາຍກວ່າ 1,700 ຄົນ ໄດ້ເສັຍຊີວິດ ແລະມີການຢືນຢັນ ຫລາຍກວ່າເຄິ່ງລ້ານກໍຣະນີ. ຜູ້ຊ່ຽວຊານ ເຕືອນວ່າ ປີນີ້ອາດຮ້າຍແຮງກວ່ານັ້ນ ເນື່ອງຈາກແພ່ລະບາດຂອງ ໄຂ້ຫວັດໃຫຍ່ K ຫລື Super-K.
Thu, 16 Apr 2026 - 07min - 4732 - ສະຖານະການດ້ານນ້ຳມັນໃນ ອອສເຕຣເລັຍ.
ແຕ່ເຖິງແມ່ນວ່າ ການປະກາດຢຸດຍິງ ໃນຕາເວັນອອກກາງ ເບິ່ງຄືວ່າ ຈະຫລຸດຜ່ອນຄວາມເຈັບປວດ ຂອງຜູ້ຂັບຣົດທີ່ປ້ຳນ້ຳມັນ, ໂດຍທີ່ Iran ໄດ້ຕົກລົງທີ່ຈະອະນຸຍາດ ໃຫ້ກໍາປັ່ນຜ່ານ Strait of Hormuz. ແຕ່ຣັດຖະບານ ກໍາລັງຮຽກຮ້ອງ ໃຫ້ຢູ່ໃນຄວາມສງົບອີກ, ໂດຍກ່າວວ່າ ການຈັດຫານ້ຳມັນ ຍັງຫມັ້ນຄົງຈົນເຖິງເດືອນພຶດສະພາ, ເນື່ອງຈາກພະຍາຍາມ ສົ່ງເສີມການຈັດຫາ ຈາກພັນທະມິດນາໆຊາດ.
Thu, 16 Apr 2026 - 06min - 4731 - ການປະຕິຮູບການພະນັນ ຫຼ້າສຸດ
Mr Albanese ກ່າວວ່າ ຣັດຖະບານຂອງລາວ ຈະສັ່ງຫ້າມການໂຄສະນາການພະນັນ ທາງອິນເຕີເນັດ, ຍົກເວັ້ນແຕ່ຜູ້ໃຊ້ ຈະຖືກຢືນຢັນວ່າ ມີອາຍຸສູງກວ່າ 18 ປີ ແລະມີຄວາມສາມາດ ທີ່ຈະເລືອກທີ່ຈະຍົກເລີກ (Opt-out). ຣັດຖະບານກາງ ຍັງຈະລົງທຶນຕໍ່ໄປໃນ Betstop, National Self-Exclusion Register ທີ່ອະນຸຍາດໃຫ້ຜູ້ໃຊ້ ກີດກັນຜູ້ຈັດຫາການພະນັນ ທາງອິນເຕີເນັດ ແລະໂທຣະສັບ ທີ່ມີໃບອະນຸຍາດ ຂອງອອສເຕຣເລັຍ. ແຕ່ Sarah Henderson ຜູ້ແທນສະພາສູງພັກພັກ Liberal ກ່າວວ່າ ການປະຕິຮູບນັ້ນ ຄວນເກີດຂຶ້ນຕັ້ງແຕ່ດົນນານແລ້ວ.
Wed, 08 Apr 2026 - 06min - 4730 - ມາດຕະການຮັບມືກັບວິກິດນ້ຳມັນ.
ຫລັງຈາກຫລາຍອາທິດ ຂອງຄວາມກົດດັນ ຈາກລາຄານ້ຳມັນທີ່ສູງຂຶ້ນ, ຣັດຖະບານ ໄດ້ຕັດພາສີນ້ຳມັນລົງເຄິ່ງຫນຶ່ງ. ມັນເປັນມາດຕະການສາມເດືອນ ທີ່ໃຊ້ງົບປະມານ ຫລາຍພັນລ້ານໂດລາ, ໃນຂນະທີ່ນາຍົກຣັດຖະມົນຕີ ວາງແຜນສີ່ຂັ້ນຕອນ ເພື່ອຕອບ ສນອງຕໍ່ຄວາມຂັດແຍ້ງ.
Wed, 08 Apr 2026 - 09min - 4729 - ຈຸດປະສົງຂອງຄວາມຂັດແຍ່ງໃນຕາເວັນອອກກາງ
ປະທານາທິບໍດີ Donald Trump ຂອງສະຫະຣັດ ອາເມຣິກາ ກ່າວວ່າ ການປ່ຽນແປງລະບອບການປົກຄອງໃນ Iran ໄດ້ບັນລຸຜົນສໍາເຣັດແລ້ວ ເນື່ອງຈາກທະຫານຂອງອາເມຣິກາ ມາເຖິງເຂດນັ້ນຫຼາຍຂຶ້ນ. ແຕ່ນາຍົກຣັດຖະມົນຕີ, Anthony Albanese, ກໍາລັງຮຽກຮ້ອງ ໃຫ້ສິ້ນສຸດຄວາມຂັດແຍ້ງ, ໂດຍເຕືອນເຖິງ ຄວາມເສັຍຫາຍທາງເສດຖະກິດທົ່ວໂລກ ທີ່ເພີ່ມຂຶ້ນ.
Wed, 08 Apr 2026 - 08min - 4728 - ໝາ ໄດ້ມາເປັນເພື່ອນຂອງມະນຸດແຕ່ສມັຍໃດ?
ຫມາ ໄດ້ເປັນສ່ວນໜຶ່ງຂອງຊີວິດຂອງມະນຸດ ເປັນເວລາຫລາຍພັນປີ.ແຕ່ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ມີມາດົນກວ່າທີ່ເຮົາຄິດ. ການຄົ້ນຄວ້າໃຫມ່ສອງຢ່າງ ທີ່ຖືກພິມໃນວາຣະສານ Nature ໄດ້ວິເຄາະ DNA ຂອງຫມາທີ່ເກົ່າແກ່ທີ່ສຸດ ທີ່ເຄີຍຖືກກູ້ຄືນ, ແລະພົບວ່າ ຫມາໄດ້ອາສັຍຢູ່ຄຽງຂ້າງມະນຸດ ປະມານ 16,000 ປີກ່ອນ-ນັ້ນກໍແມ່ນ ກ່ອນການປູກຝັງ ແລະດົນນານ ກ່ອນຈະມີການສ້າງຕັ້ງເມືອງ.
Thu, 02 Apr 2026 - 06min - 4727 - ການຂາດແຄນອາຫານຍ້ອນສົງຄາມຕາເວັນອອກກາງ.
ສົງຄາມໃນຕາເວັນອອກກາງ, ແລະການປິດ Strait of Hormuz ໄດ້ກໍ່ໃຫ້ເກີດ ວິກິດທາງພະລັງງານ ທີ່ສໍາຄັນທີ່ສຸດ ໃນຫລາຍສິບປີຜ່ານມາ. ແຕ່ນ້ຳມັນ ແລະແກັສ ບໍ່ໄດ້ເປັນພຽງຊັບພະຍາກອນ ສໍາຄັນຢ່າງດຽວເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ. ສົງຄາມ ຍັງໄດ້ທໍາລາຍການຂົນສົ່ງຂອງປຸ໋ຍ ຈາກຕາເວັນອອກກາງ, ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຜົນກະທົບ ຕໍ່ການຜລິດອາຫານ ໃນທ້ອງຖິ່ນ ແລະຄວາມຫມັ້ນຄົງດ້ານອາຫານ.
Thu, 02 Apr 2026 - 10min - 4726 - ການໂຈມຕີທາງອາກາດໃນ Ukraine
ດ້ວຍການເຈຣະຈາສັນຕິພາບ ທີ່ຢຸດຊະງັກລົງ, Ukraine ແລະຣັສເຊັຍ ກໍາລັງຍົກລະດັບການໂຈມຕີ ຊຶ່ງກັນແລະກັນ, ໂດຍທີ່ບໍ່ມີຈຸດສິ້ນສຸດ. ອາເມຣິກາກຳລັງເປັນຜູ້ໄກ່ເກັ່ຍລະຫວ່າງສອງປະເທດ, ແຕ່ປະທານາທິບໍດີ Ukraine, Volodymyr Zelenskyy ກ່າວວ່າ ສະຫະຣັດອາເມຣິກາ ກໍາລັງ ສເນີການຮັບປະກັນຄວາມປອດພັຍ ສໍາລັບການຕົກລົງສັນຕິພາບໃນ Ukraine, ຖ້າຫາກ Ukraine ຍອມສລະພື້ນທີ່ ທາງພາກຕາເວັນອອກ ຂອງ Donbas ໃຫ້ແກ່ຣັສເຊັຍ.
Wed, 08 Apr 2026 - 08min - 4725 - ໂຄງການເຮືອນເຊົ່າລາຄາຖືກຂອງ Austria.
ໃນຂນະທີ່ຄ່າເຊົ່າເຮືອນ ໃນອອສເຕຣເລັຍໄດ້ສູງຂຶ້ນເລືອຍໆ, ແຕ່ມີເມືອງໜຶ່ງໃນຢູໂຣບ ທີ່ມີຮູບແບບຂອງທີ່ຢູ່ອາສັຍ ທາງສັງຄົມ(Social Housing) ທີ່ມີອາຍຸນັບສັດຕະວັດ, ຊຶ່ງເປັນທີ່ຢູ່ອາສັຍຂອງ 50ເປີເຊັນ ຂອງພົນລະເມືອງ ແຕ່ການເຂົ້າເຖິງທີ່ຢູ່ອາສັຍໃນຮູບແບບນັ້ນບໍ່ແມ່ນເລື້ອງງ່າຍສຳລັບ ຜູ້ທີ່ບໍ່ມີສິດ ເຊັ່ນຜູ້ອົບພະຍົບ ແລະຜູ້ລີ້ພັຍ-ຜູ້ສນັບສນູນກ່າວວ່າ, ບາງຄົນກໍຍັງຕົກອອກຈາກລະບົບ ແລະຕ້ອງອາສັຍລະບົບເອກກະຊົນຊຶ່ງມີລາຄາແພງກວ່າຫຼາຍເທົ່າ.
Wed, 18 Mar 2026 - 04min - 4724 - ຜົນກະທົບຂອງສົງຄາມໃນຕາເວັນອອກກາງ
ຕອນນີ້ ໂຄງສ້າງພື້ນຖານດ້ານພະລັງງານ ຕົກເປັນເປົ້າໝາຍ ຂອງການຂັດແຍ້ງລະຫວ່າງ Iran, ອິດສະຣາເອລ ແລະສະຫະຣັດອາເມຣິກາ, ພ້ອມດ້ວຍການໂຈມຕີໂຮງງານນ້ຳມັນ ແລະແກັສທົ່ວເຂດອ່າວ, ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ ກ່ຽວກັບສົງຄາມໃນວົງກວ້າງ ແລະຄວາມຕົກຕະລຶງ ທາງເສດຖະກິດທົ່ວໂລກ.
Thu, 26 Mar 2026 - 09min - 4723 - ວິກິດດ້ານພະລັງງານ ຈາກສົງຄາມຕາເວັນອອກກາງ.
ຫນ່ວຍງານ ພະລັງງານນາໆຊາດ (The International Energy Agency) ເຕືອນວ່າ ຜູ້ນໍາຂອງໂລກ ອາດບໍ່ຮູ້ເຖິງຄວາມເລິກຊຶ້ງ ຂອງວິກິດທາງພະລັງງານ ທີ່ກໍາລັງເກີດຂຶ້ນ, ໃນຂນະທີ່ສົງຄາມ ຂອງສະຫະຣັດອາເມຣິກາ ກັບ Iran ກໍາລັງຮຸນແຮງຂຶ້ນ. ຕລາດມີປະຕິກິຣິຍາໃນທາງບວກ ຕໍ່ການປະກາດ ຂອງປະທານາທິບໍດີສະຫະຣັດອາເມຣິກາ, Donald Trump, ໃນຄືນທີ່ຜ່ານມາ ວ່າ Iran ແລະອາເມຣິກາ ກໍາລັງເຈຣະຈາຂໍ້ຕົກລົງ. ແຕ່ Iran ໄດ້ທໍາລາຍການເບິ່ງໂລກໃນແງ່ດີໃນທັນທີ, ດ້ວຍການຕອບຕໍ່ຄໍາຖແລງນັ້ນ ໂດຍກ່າວວ່າ ສິ່ງທີ່ Trump ກ່າວນັ້ນບໍ່ແມ່ນຄວາມຈິງ.
Thu, 26 Mar 2026 - 10min - 4722 - ການນຳໃຊ້ຢາປິ່ນປົວ HIV ຊະນິດໃຫມ່ ໃນອາຟຣິກາ
ຢາປິ່ນປົວ HIV ຊະນິດໃຫມ່ ຖືກພັດທະນາໂດຍ Gilead Sciences ໃນ California, ການເລີ້ມນຳໃຊ້ Lenacapavir ໃນປະເທດທີ່ມີຄວາມສ່ຽງສູງ ກໍາລັງຖືກສນັບສນູນ ຜ່ານແຜນສຸກເສີນຂອງ Emergency Plan for AIDS Relief ຫຼື PEPFAR ຂອງປະທານາທິບໍດີສະຫະຣັດອາເມຣິກາ, ໂດຍຮ່ວມມືກັບ the Global Fund. Zimbabwe ເປັນປະເທດທໍາອິດ ທີ່ເປີດໃຊ້ບໍຣິການ. ຜູ້ຊ່ຽວຊານກ່າວວ່າ ຕ້ອງໃຊ້ຢາ ພຽງແຕ່ປີລະສອງເທື່ອເທົ່ານັ້ນ.
Thu, 26 Mar 2026 - 08min - 4721 - ນິທັດສະການຖາວອນແຫ່ງໃຫມ່ຂອງ Pompeii
ນິທັດສະການຖາວອນແຫ່ງໃຫມ່ ຢູ່ໃນເມືອງ Pompeii ຂອງໂຣມັນໂບຮານ ໄດ້ສະແດງໃຫ້ເຫັນ ຮູບພາບທີ່ຫນ້າປະທັບໃຈ ໃນຕອນທີ່ພູເຂົາໄຟລະເບີດຄັ້ງໃຫຍ່ ຊຶ່ງທໍາລາຍເມືອງໃນປີ ຄ.ສ. 79. ຊາກສົບຂອງຜູ້ອາສັຍຢູ່ໃນເມືອງ ຫລາຍກວ່າ 20 ຊາກ ຈະຖືກຈັດສະແດງ ໃນນິທັດສະການ, ພ້ອມກັບການຄົ້ນພົບອື່ນໆ ເຊັ່ນພືດ ແລະອາຫານ ທີ່ຖືກຝັງໄວ້ຢູ່ໃຕ້ຂີ້ເຖົ່າ ແລະ Lava ຫຼາຍແມັດ ເປັນເວລາຫລາຍສັດຕະວັດ.
Thu, 26 Mar 2026 - 06min - 4720 - ອາເມຣິກາຖືກປະຕິເສດການຮ່ວມສົງຄາມຕາເວັນອອກກາງ.
ປະທານາທິບໍດີສະຫະຣັດອາເມຣິກາ ກໍາລັງເຈຣະຈາ ກັບປະເທດທີ່ເພິ່ງພານ້ຳມັນ ໃນຕາເວັນອອກກາງ, ຫລັງຈາກໄດ້ຮຽກຮ້ອງ ໃຫ້ຫລາຍປະເທດ ສົ່ງກໍາປັ່ນຮົບ ໄປເປີດ Strait of Hormuz ຄືນອີກ. ແຕ່ພັນທະມິດໃນຢູໂຣບ ຮວມທັງ NATO ກໍບໍ່ໄດ້ສະແດງທ່າທີວ່າຈະເຂົ້າຮ່ວມ. ນອກຈາກນັ້ນ, ຈີນຍັງອອກມາກ່າວຕໍ່ຕ້ານສົງຄາມອີກ. ໃນຂນະທີ່ລາຄານ້ຳມັນທົ່ວໂລກ ໄດ້ເພີ່ມຂຶ້ນ 40 ເຖິງ 50 ເປີເຊັນ.
Fri, 20 Mar 2026 - 08min - 4719 - ຜູ້ນໍາຄົນໃໝ່ຂອງພັກ Nationals.
ຫລັງຈາກການລາອອກຈາກຕໍາແຫນ່ງຂອງ David Littleproud, Matt Canavan ສະມາຊິກສະພາສູງ ຈາກ Queensland ໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງພັກ Nationals ຄົນໃໝ່ ໂດຍມີ Darren Chester ເປັນຜູ້ຮອງ. Mr Littleproud ກ່າວວ່າ ລາວເຊື່ອວ່າ ມັນເຖິງເວລາແລ້ວ ທີ່ຈະປ່ຽນໄປຫາຜູ້ນໍາຄົນໃຫມ່, ແຕ່ຍັງຢືນຢັນວ່າ ລາວຈະຢູ່ຕໍ່ໄປ ໃນຕໍາແຫນ່ງຜູ້ແທນ ຂອງເຂດເລື້ອກຕັ້ງ Maranoa.
Fri, 20 Mar 2026 - 08min - 4718 - ໂຄງການຕໍ່ຕ້ານຄວາມກຽດຊັງອິສລາມ.
ຂໍ້ມູນຂອງກະຊວງພາຍໃນຂອງອັງກິດ ສະແດງໃຫ້ເຫັນວ່າ 45 ເປີເຊັນ ຂອງອາດຊະຍາກັມ ຈາກຄວາມກຽດຊັງ ທາງສາສນາທັງໝົດ ໃນປະເທດອັງກິດ ແມ່ນເຈາະຈົງໃສ່ຊາວມູສລິມ-ຫລາຍກວ່າ ກຸ່ມສາສນາອື່ນໆ. ອັດຕາການເພີ່ມຂຶ້ນແມ່ນ 19 ເປີເຊັນ-ໃນໄລຍະ 12 ເດືອນຈົນເຖິງເດືອນມິນາ ປີ 2025. ແຕ່ມີສອງພໍ່ລູກທີ່ໄດ້ເລີ້ມການຣົນນະຣົງ ຕໍ່ຕ້ານຄວາມກຽດຊັງອິສລາມ ດ້ວຍ cupcakes.
Fri, 20 Mar 2026 - 07min - 4717 - How public and community housing works in Australia - ທີ່ຢູ່ອາສັຍ ສາທາຣະນະ ແລະຊຸມຊົນ ທໍາງານແນວໃດ ໃນອອສເຕຣເລັຍ.
In Australia, government-subsidised rental housing is available for eligible households. Assessment is based on need under criteria that vary depending on your state or territory. Here’s what to expect when applying for different types of housing assistance, some common myths around social housing and where to reach out for help. - ໃນປະເທດອອສເຕຣເລັຍ. ມີເຮືອນເຊົ່າ ທີ່ຣັດຖະບານຊ່ວຍເຫຼືອ ສໍາລັບຄອບຄົວທີ່ມີສິດ. ການປະເມີນ ແມ່ນອີງໃສ່ຄວາມຈໍາເປັນພາຍໃຕ້ເກນທີ່ແຕກຕ່າງກັນໄປ ຕາມຣັດ ຫຼືເຂດປົກຄອງຂອງທ່ານ. ນີ້ຄື ສິ່ງທີ່ຄາດຫວັງ ເມື່ອສມັກຂໍຄວາມຊ່ອຍເຫລືອ ດ້ານທີ່ຢູ່ອາສັຍ ທີ່ແຕກຕ່າງກັນ, ຄວາມເຂົ້າໃຈຜິດບາງຢ່າງ ກ່ຽວກັບທີ່ຢູ່ອາສັຍເພື່ອສັງຄົມ (Social Housing) ແລະບ່ອນທີ່ຈະຂໍຄວາມຊ່ອຍ
Fri, 20 Mar 2026 - 13min - 4716 - ວັນຄົບຮອບ 15 ປີຂອງເຫດການທີ່ Fukushima.
ມັນເປັນເວລາ 15 ປີ ນັບຕັ້ງແຕ່ ພັຍທັມມະຊາດ ທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງ ໃນປວັດສາດຊຶ່ງເກີດຂຶ້ນໃນ Fukushima ປະເທດຍີ່ປຸ່ນ. ໃນເຫດການແຜ່ນດິນໄຫວ ນັ້ນ ໄດ້ກໍ່ໃຫ້ເກີດ tsunami ແລະໂຮງງານພະລັງງານ ນິວເຄລັຍ ໄດ້ສົ່ງລັງສີອອກສູ່ອາກາດ. ມີຄົນເສັຍຊີວິດຢ່າງຫຼວງຫຼາຍດ ແຕ່ສິ່ງທີ່ເຮັດໃຫ້ຜູ້ຄົນບໍ່ພໍໃຈແມ່ນການປິດບັງຄວາມຈິງຈາກຣັດຖະບານ. ສະນັ້ນ, ບົດຮຽນໃດແດ່ ທີ່ສາມາດຮຽນຮູ້ ຈາກພັຍພິບັດ ແລະອຸປະຕິເຫດນິວເຄລັຍ ໃນບັນຍາກາດ ຂອງຄວາມວຸ້ນວາຍທົ່ວໂລກ ທີ່ເພີ່ມຂຶ້ນ?
Thu, 12 Mar 2026 - 16min
Podcasts ähnlich wie SBS Lao - SBS ພາສາລາວ
El Partidazo de COPE COPE
Herrera en COPE COPE
La Linterna COPE
Es la Mañana de Federico esRadio
La noche de Cuesta esRadio
Hondelatte Raconte Europe 1
Au Coeur du Crime Europe1
Affaires sensibles France Inter
LEGEND Guillaume Pley
El colegio invisible OndaCero
La Rosa de los Vientos OndaCero
Les grands dossiers de l'Histoire par Franck Ferrand Radio Classique
Espacio en blanco Radio Nacional
Enquêtes criminelles RTL
Entrez dans l'Histoire RTL
Le grand récit RTL
Les Grosses Têtes RTL
Les histoires incroyables de Pierre Bellemare RTL
L'Heure Du Crime RTL
El Larguero SER Podcast
SER Historia SER Podcast
Todo Concostrina SER Podcast
Un Libro Una Hora SER Podcast
HISTORIAS DE LA HISTORIA VIVA RADIO
Andere Gesellschaft und Kultur Podcasts
Conversations ABC Australia
Casefile True Crime Casefile Presents
Forensic Files HLN
The Diary Of A CEO with Steven Bartlett DOAC
Ukraine: The Latest The Telegraph
Forbidden History Like A Shot Entertainment
Barangay Love Stories Barangay LS 97.1 Manila | GMA Network Inc.
Unexplained iHeartPodcasts
Late Night Live — Full program podcast ABC Australia
Australia All Over ABC Australia
Stuff You Should Know iHeartPodcasts
The Best of Coast to Coast AM iHeartPodcasts and Coast to Coast AM
Forensic Files II HLN
Life Uncut LiSTNR
Australian Histories Podcast Australian History retold by AHP
2 Worlds Collide Podcast Sam Bamford
The Economy, Stupid ABC Australia
Papa Dudut Stories Papa Dudut | TAGM Marketing Solutions Inc.
Dear MOR MOR Entertainment
James O'Brien's Mystery Hour Global
SBS Arabic24 Podcasts
SBS Vietnamese - SBS Việt ngữ SBS
SBS Cantonese - SBS廣東話節目 SBS
SBS Japanese - SBSの日本語放送 SBS
SBS Nepali - एसबीएस नेपाली पोडकास्ट SBS
SBS Mandarin - SBS 普通话电台 SBS
SBS Tamil - SBS தமிழ் SBS
SBS Tigrinya - ኤስ.ቢ.ኤስ ትግርኛ SBS
SBS Hindi SBS
SBS Bulgarian - SBS на Български SBS
SBS Bangla - এসবিএস বাংলা SBS
SBS Malayalam - എസ് ബി എസ് മലയാളം പോഡ്കാസ്റ്റ് SBS
