Filtrer par genre

SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

SBS

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

4816 - ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ
0:00 / 0:00
1x
  • 4816 - ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ

    ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.

    Thu, 17 Sep 2026 - 12min
  • 4815 - ນະໂຍບາຍ ເງິນບຳນານຂອງພັກ One Nation.

    ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.

    Thu, 17 Sep 2026 - 11min
  • 4814 - ສລຸບຂ່າວປະຈຳອາທິດ 17 ກັນຍາ 2026

    ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.

    Thu, 17 Sep 2026 - 14min
  • 4813 - ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ.

    ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.

    Thu, 17 Sep 2026 - 10min
  • 4812 - ສລຸບຂ່າວປະຈຳອ່ທິດ 100926

    ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ.. ** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ... ** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana...

    Thu, 10 Sep 2026 - 14min
Afficher plus d'épisodes