Filtrar por gênero

SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

SBS

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

4825 - ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່
0:00 / 0:00
1x
  • 4825 - ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່

    ຣັດຖະບານກາງກ່າວວ່າ ການປະຕິຮູບກົດຫມາຍການຍ້າຍຖິ່ນຖານ ທີ່ລໍຖ້າມາດົນຂອງພັກ Labor ແມ່ນຖືກອອກແບບ ເພື່ອຫຼຸດຈໍານວນຜູ້ຍ້າຍຖິ່ນຖານສຸດທິ, ບັນເທົາຄວາມກົດດັນຕໍ່ທີ່ຢູ່ອາສັຍ ແລະປິດສິ່ງທີ່ພວກເຂົາເອີ້ນວ່າ ເປັນປ່ອງຮົ່ວໃນລະບົບວີຊ່າ..... ແຕ່ມັນຈະເປັນຢ່າງໃດສໍາລັບກະສິກອນ, ນັກສຶກສາຕ່າງຊາດ ແລະ ແຮງງານຂ້າມຊາດ?

    Thu, 01 Oct 2026 - 14min
  • 4824 - ການຈັບກຸມຊາວອອສເຕຣເລັຍ ຂໍ້ຫາກໍ່ການຮ້າຍ

    ຕໍາຫຼວດຫວຽດນາມໄດ້ຈັບກຸມຜູ້ຕ້ອງຫາ 3 ຄົນ ລວມທັງຊາວອອສເຕຣເລັຍ ໂດຍກ່າວຫາທຸກຄົນວ່າ ເປັນຜູ້ກໍ່ການຮ້າຍ. ກຸ່ມສິດທິມະນຸດ ແລະຄອບຄົວໃກ້ຊິດຂອງນັກເຄື່ອນໄຫວຊາວອອສເຕຣເລັຍ , Hiep Tran, ກ່າວວ່າລາວຖືກລັກພາໂຕ. ພວກເຂົາເອີ້ນມັນວ່າ ເປັນການປາບປາມຂ້າມຊາດ.

    Thu, 01 Oct 2026 - 06min
  • 4823 - ວ່າດ້ວຍ ເວລາໃນລະດູຮ້ອນ (Daylight Saving Time)

    ເຖິງເວລານັ້ນຂອງປີອີກແລ້ວ ທີ່ຢ່າງນ້ອຍບາງຄົນໃນອອສເຕຣເລັຍ ເຫັນໂມງຂອງພວກເຂົາປ່ຽນ. ແຕ່ເວລາໃນລະດູຮ້ອນ (Daylight Saving Time) ແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງເຮັດແບບນັ້ນ? ການມີແສງທັມມະຊາດ ໄດ້ຖືກພິສູດແລ້ວວ່າ ມີປໂຍດຫຼາຍຕໍ່ສຸຂະພາບສ່ວນບຸກຄົນ ແລະສັງຄົມ, ແຕ່ຫຼາຍຄົນຮູ້ສຶກວ່າ ການປັບໂຕປະຈໍາປີນີ້.... ບໍ່ຈໍາເປັນ.

    Thu, 01 Oct 2026 - 10min
  • 4822 - ສລຸບຂ່າວປະຈຳອາທິດ 01 ຕຸລາ 2026

    ສລຸບຂ່າວ ປະຈຳອາທິດ ວັນທີ 1 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ຜູ້ໂດຍສານເລົ່າເຖິງຄວາມຢ້ານກົວ ແລະຄວາມວຸ່ນວາຍຫຼັງການປະທະວິວາດກັນໃນເຮືອບິນໄປອິສຣາເອລ ... ** ທະຫານອາເມຣິກາທັງຫມົດຖືກຖອນອອກຈາກ Iraq ... ແລະໃນ ຂ່າວກິລາ... ** Nathan Cleary ໄດ້ຮັບລາງວັນຫຼຽນ Dally M ຂອງ NRL...

    Thu, 01 Oct 2026 - 12min
  • 4821 - Who really runs Australia, and where you fit in | How Australia Works - ທ່ານຮູ້ບໍ່ວ່າ ໃຜ ແມ່ນຜູ້ປົກຄອງອອສເຕຣເລັຍແທ້?

    Do you know who can help you with a business permit, a rental problem or family support? Through the stories of Fedele, Carol and Abeer, learn how Australia’s three levels of government work. Find out what local, state or territory, and federal governments are responsible for and where to turn for help. - ທ່ານຮູ້ບໍ່ວ່າໃຜສາມາດຊ່ວຍທ່ານໃນເລື່ອງໃບອະນຸຍາດທຸຣະກິດ, ບັນຫາການເຊົ່າ ຫຼື ການສນັບສນູນຄອບຄົວ? ຜ່ານເລື່ອງລາວຂອງ Fedele, Carol ແລະ Abeer, ຮຽນຮູ້ວ່າ ຣັດຖະບານສາມລະດັບ ຂອງອອສເຕຣເລຍ ເຮັດວຽກແນວໃດ. ຄົ້ນພົບວ່າຣັດຖະບານທ້ອງຖິ່ນ, ລະດັບຣັດ ຫຼື ເຂດປົກຄອງ, ແລະ ຣັດຖະບານກາງຮັບຜິດຊອບຫຍັງ ແລະ ຈະໄປຂໍຄວາມຊ່ວຍເຫຼືອຈາກໃສ.

    How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນພອດຄາສຕ໌ຂອງ SBS ທີ່ໃຊ້ເລື່ອງຊີວິດຈິງແລະການອະທິບາຍທີ່ຊັດເຈນເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານອອສເຕຣເລັຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງຊຸດນີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາທີ່:
    How Australia Works main page.

    Tue, 29 Sep 2026 - 05min
Mostrar mais episódios