Filtrar por género
ທັນເຫດການ ເມືອງລາວ

ຟັງຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະຊາຊົນເສັຽທີິ່ດິນ, ຂາດສິດທິມະນຸດ ຂັ້ນພື້ນຖານສາກົນ, ຂັດສົນບ່ອນທໍາມາຫາກິນ, ຊັພຍາກອນທັມມຊາດ ຖືກທຳລາຍ, ການໃຊ້ສານເຄມີ ເກີນຂອບເຂດ, ການສ້າງເຂື່ອນ, ອິດທິພົນຈີນເຂົ້າຄອບງໍາ, ການສໍ້ຣາສບັງຫຼວງ, ການຄ້າມະນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະຈາຍສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ.
Hosted on Acast. See acast.com/privacy for more information.
- 178 - ການປຸ້ນສະດົມທາດຫລວງ
Episode 27 - ທາດຫລວງຖືກປຸ້ນສະດົມ ແລະ ທັບມ້າງໃນປີໃດ ແລະ ແມ່ນໃຜເຂົ້າມາທັບມ້າງເອົາຊັບສິນ ຈາກທາດຫລວງ. ກ່ອນທີ່ຈະມີທາດຫລວງຈົນທຸກມື້ນີ້ ມີຄວາມລະອິດລະອ້ຽວແນວໃດ.
Hosted on Acast. See acast.com/privacy for more information.
Fri, 27 Nov 2026 - 13min - 177 - ສານເຄມີແຮ່ຫາຍາກ ເມືອງຊໍາເໜືອ ຍັງແກ້ໄຂບໍ່ຕົກ
Episode 26 - ນາຍົກ ພຽງແຕ່ຕີຄິ້ວໃສ່ ນ້ອງຊາຍ ທີ່ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເທົ່ານີ້ ບັນບໍ່ແຮ່ທີ່ສ້າງຜົນກະທົບ ຕໍ່ປະຊາຊົນ ກໍ່ສາມາດແກ້ໄຂໄດ້ແລ້ວ, ແຕ່ ເປັນຫຍັງສານເຄມີ ຍັງຮົ່ວໄຫຼລົງໃສ່ແມ່ນໍ້າ ສ້າງຜົນກະທົບ ແກ່ປະຊາຊົນ. ແລ້ວ ປີ 2026 ມີຈັກເຫດການທີ່ເກີດ ນີ້ ຄືບົດທົດສອບ ນາຍົກໃໝ່ ສະເຫຼີມໄຊ ກົມມະສິດ
Hosted on Acast. See acast.com/privacy for more information.
Fri, 20 Nov 2026 - 15min - 176 - ປະຊາຊົນລາວ ກິນສານເຄມີ ຈາກໂຄງການບໍ່ແຮ່ ແລ້ວຈະເກີດຫຍັງຂຶ້ນ?
Episode 25: ເນື້ອທີ່ສຳປະທານຫຼາຍເຖິງ 7 ລ້ານເຮັກຕາ ແຕ່ປະຊາຊົນທີ່ອາໄສຢູ່ໃກ້ເຂດຂຸດຄົ້ນແຮ່ ສ່ວນໃຫຍ່ກຳລັງປະເຊີນກັບຜົນກະທົບດ້ານສິ່ງແວດລ້ອມ ໂດຍສະເພາະບັນຫາສານເຄມີຮົ່ວໄຫຼລົງສູ່ແຫຼ່ງນ້ຳ.
Hosted on Acast. See acast.com/privacy for more information.
Fri, 13 Nov 2026 - 17min - 175 - ດຣາມ້າ ເຮືອ LDB ໄດ້ແຊ້ມແບບຂາວສະອາດ ຫຼື ເປັນການປຸ້ນເອົາແຊ້ມ?
Episode 24: ເປັນປະເດັນດຣາມ້າ ທີ່ສັງຄົມໃຫ້ຄວາມສົນໃຈໃນໄລຍະນີ້ເນາະ ກໍຄື ດາມ່າການແຂ່ງຂັນຊ່ວງເຮືອນະຄອນ ປາກເຊ ໃນວັນທີ່ 28 ຕຸລາ ຜ່ານມານີ້. ເຫດການກໍຄືວ່າ ເຮືອຂອງ LDB ເຊິ່ງເປັນທີມທີ່ຊະນະການແຂ່ງຂັນ ຂໍປ່ຽນເຮືອລົງແຂ່ງໃນຮອບຮອງ ເຊິ່ງກຳມະການແຂວງຈຳປາສັກ ກໍໃຫ້ປ່ຽນເຮືອ, ປົກກະຕິບໍ່ສາມາດປ່ຽນໄດ້.
Hosted on Acast. See acast.com/privacy for more information.
Fri, 06 Nov 2026 - 26min - 174 - ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ເປັນຂອງຈີນແລ້ວ 100 ເປີເຊັນ
Episode 23: ເຮົາຊິມາຫາຄໍາຕອບກັນເບິ່ງ. ຫຼັງຈາກທີ່ບໍລິສັດເຂົ້າມາຖືຮຸ້ນຫຼັກແລ້ວ ມາເບິ່ງລາຍຊື່ຜູ້ບໍລິຫານຂອງບໍລິສັດດັ່ງກ່າວ ວ່າ ເປັນຄືແນວໃດ.
Hosted on Acast. See acast.com/privacy for more information.
Fri, 30 Oct 2026 - 14min - 173 - ຖານທັບອາກາດຂອງຈີນ ໃນລາວແຫ່ງທໍາອິດ
Episode 22: ຍ້ອນຫຍັງ ລັດຖະບານລາວຈຶ່ງ ອະນຸຍາດໃຫ້ຈີນເຂົ້າມາຕັ້ງຖານທັບອາກາດ ຢູ່ໃນລາວ ທັງໆ ທີ່ລັດຖະບານລາວກໍຮູ້ດີ ຫວຽດນາມ ແລະ ປະເທດເພື່ອນບ້ານຄົງຈະບໍ່ພໍໃຈເລື່ອງນີ້.
Hosted on Acast. See acast.com/privacy for more information.
Fri, 23 Oct 2026 - 18min - 172 - ຕ້ອນຮັບນາຍົກໃໝ່ກັບກະແສສັງຄົມ
Episode 21: ກະແສບ້ານນ້ອຍ ບ້ານໃຫຍ່ ຕ້ອນຮັບນາຍົກຄົນໃໝ່ ແລະ ສິ່ງທ້າທາຍ ກໍາລັງລໍຖ້າການແກ້ໄຂ. ແລ້ວ ມີຄົນປຽບທຽບ ທ່ານ ສະເຫຼີມໄຊ ກົມມະກິດ ນາຍົກ ຄົນໃໝ່ ຈະເປັນພະເອກຕົນຕົ້ນ ຫຼື ຜູ້ຮ້າຍຕອນຈົບ?
Hosted on Acast. See acast.com/privacy for more information.
Fri, 16 Oct 2026 - 14min - 171 - ບັນຫາຄວາມພ້ອມ ປະກາດຫຼຸດພົ້ນຈາກດ້ອຍພັດທະນາ
Episode 20: ເປັນຫຍັງລາວ ຈຶ່ງປະກາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນທ້າຍປີ 2026 ໃນຂະນະທີ່ ນັກວິຊາການບາງທ່ານ ກໍເຫັນວ່າ ສະພາບໂຕຈິງ ລາວຍັງບໍ່ສາມາດເຮັດໄດ້ ເຖິງວ່າ ຕາມາທິດສະດີແລ້ວ ລັດຖະບານຈະເຫັນວ່າ ບັນລຸ ກໍຕາມ.
Hosted on Acast. See acast.com/privacy for more information.
Fri, 09 Oct 2026 - 18min - 170 - ການອູ້ມຫາຍຂ້າມຊາດ ຍັງແກ້ບໍ່ຕົກ.
Episode 19: ການອູ້ມຫາຍ ຍັງເກີດຂຶ້ນຊໍ້າແລ້ວຊໍ້າອີກ ແລະ ເມື່ອມີບຸກຄົນຖືກອູ້ມຫາຍໂຕ...ເຈົ້າໜ້າທີ່ລາວ ຜູ້ທີ່ຕອບຄໍາ ຢູ່ເວທີສາກົນ ກໍກືນບໍ່ເຂົ້າຄາຍບໍ່ອອກ ຍ້ອນວ່າ ຜູ້ທີ່ເຮັດ ບໍ່ໄດ້ຕອບມາຕອບຄໍາຖາມສາກົນ ແຕ່ ຜູ້ທີ່ຕອບຄໍາຖາມສາກົນ ບໍ່ໄດ້ເປັນຜູ້ກະທໍາ
Hosted on Acast. See acast.com/privacy for more information.
Fri, 02 Oct 2026 - 24min - 169 - ຍ້ອນຫຍັງ ເຈົ້າໜ້າທີ່ບ້ານເມືອງບໍ່ດໍາເນີນການຫຍັງ ກໍລະນີຂໍ້ຂັດແຍ່ງ ຜູ້ປະກາດຕົນວ່າ ເປັນພະອະລິຍະເມດໄຕ
Episode 18: ເກີດກະແສເລື່ອງດຣາມ້າ ລະຫວ່າງ ສູນປະຕິບັດທໍາຫຼັກ 38 ກັບ ອົງການພຸດທະສາດສະໜາສໍາພັນລາວ ຫຼື ອພສ ເນື່ອງຈາກວ່າ ຜູ້ກໍ່ຕັ້ງສູນ ປະກາດຕົນ ເປັນພະສີອະລິຍະເມດໄຕ ສ່ວນວ່າ ອພສ ເຫັນວ່າ ເປັນເລື່ອງອຸປະໂຫຼກຂຶ້ນ ແລະ ເຮັດໃຫ້ຄົນງົມງວຍ.
Hosted on Acast. See acast.com/privacy for more information.
Fri, 25 Sep 2026 - 13min - 168 - ເບື້ອງໜ້າ ລະເບື້ອງຫລັງ ການປັ່ນຄ່າເງິນ
ແມ່ນໃຜຢູ່ເບື້ອງຫຼັງ ອາດີດເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ 10 ຄົນ ທີ່ຖືກຕັດສິນຈໍາຄຸກ ຂໍ້ຫາສໍ້ລາດບັງຫລວງ ແລະ ປອກເງິນ, ແລ້ວ ທ່ານ ເຊື່ອບໍ່ວ່າ ມີແຕ່ຫົວໜ້າກົມເງິນຕາ ເປັນຫົວໂປ່ຜູ້ດຽວ.
Hosted on Acast. See acast.com/privacy for more information.
Fri, 18 Sep 2026 - 23min - 167 - ສາເຫດຫຼັກ ນັກຮຽນມັດທະຍົມປະລະການຮຽນ
Episode 16 - ມີຄົນຕັ້ງຄໍາຖາມວ່າ ຈະຮຽນໄປເພື່ອຫຍັງ ຖ້າຮຽນໄປແລ້ວ ເສຍເງິນ ເສຍເວລາ ແຕ່ຈົບມາແລ້ວ ເງິນເດືອນພັດບໍ່ກຸ້ມກິນ. ນັ້ນຄືເຫດຜົນທີ່ມີນັກສຶກສາ ປະລະການຮຽນ ແຕ່ ໃນເວລາດຽວກັນ ມີກໍເປັນໂອກາດດີສໍາລັບ
Hosted on Acast. See acast.com/privacy for more information.
Fri, 11 Sep 2026 - 15min - 166 - ການຂຸດຄົນແຮ່ຫາຍາກ ທີ່ນັບມື້ ນັບສົ່ງຜົນກະທົບຕໍ່ປະຊາຊົນ ແຕ່ວ່າ ໂຄງການກໍຍັງສືບຕໍ່
Episode 15: ມີຄົນອຸປະມາກັນວ່າ ທີ່ດິນປຽບດັ່ງເນື້ອໜັງເຈົ້າຟ້າງຸ່ມ ບໍ່ແຮ່ປຽບດັ່ງ ກະດູກເຈົ້າຟ້າງຸ່ມ, ແຕ່ ປັດຈຸບັນ ກໍບໍ່ຕ່າງຫຍັງກັບ ການຂຸດປາດເອົາເນືອໜັງ ແລະ ຂຸດເອົາກະດູກເຈົ້າຟ້າງຸ່ມໄຟຂາຍນັ້ນເອງ.
ການຂຸດຄົນແຮ່ຫາຍາກ ທີ່ນັບມື້ ນັບສົ່ງຜົນກະທົບຕໍ່ປະຊາຊົນ ແຕ່ວ່າ ໂຄງການກໍຍັງສືບຕໍ່
Hosted on Acast. See acast.com/privacy for more information.
Fri, 04 Sep 2026 - 17min - 165 - ປະຊາຊົນແບກຫາບໜີ້ສິນເຄື່ອງຄ່າໄຟຟ້າ ໃຫ້ລັດຖະບານ
Episode 14: ປະຊາຊົນຈ່າຍຄ່າໄຟແພງຂຶ້ນທຸກມື້, ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຕ່າງປະເທດປະມານ 4 ຕື້ ໂດລາ ໃນຂະນະທີ່ສໍານັກງານຫ້ອງການຂອງລັດ ກໍຕິດໜີຄ່າໄຟແລະບໍ່ສາມາດຈ່າຍໜີ້ໄດ້, ແຕ່ ປະຊາຊົນ ເປັນຜູ້ແບກຫາບພາບລະຄ່າໃຊ້.
Hosted on Acast. See acast.com/privacy for more information.
Fri, 28 Aug 2026 - 20min - 164 - ແນວທາງການເມືອງໃນລາວຈະເປັນແນວໃດ.
Episode 13: ຈັບຕາ-ຊອມເບິ່ງ ແນວທາງການເມືອງໃນລາວ ຈະເປັນແນວໃດ ຫຼັງຈາກ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເສຍຊີວິດໄປ ໃຜຈະຢູ່ ໃຜຈະໄປ.
Hosted on Acast. See acast.com/privacy for more information.
Fri, 21 Aug 2026 - 10min - 163 - ລັດຖະບານ ຈະໃຫ້ຊາວບ້ານມີສ່ວນຮ່ວມໃນການກວດສອບໂຄງການບໍ່ແຮ່ໄດ້ແທ້ ຫຼື ບໍ່.
Episode 12: ລັດຖະບານວ່າ ຈະແປຮູບແຮ່ທາດກ່ອນສົ່ງອອກ ຄ້າຍໆ ຄືກັບຄໍາສັ່ງການປຸງແຕ່ງໄມ້ກ່ອນສົ່ງອອກ ແຕ່ ບັດຈຸບັນນີ້ ມີການແປຮູບໄມ້ກ່ອນສົ່ງອອກແລ້ວຫຼືຍັງ
Hosted on Acast. See acast.com/privacy for more information.
Fri, 14 Aug 2026 - 18min - 162 - ເປັນຫຍັງສວນສາທາລະນະແຄມຂອງນະຄອນປາກເຊຈຶ່ງເປັນຂອງເອກະຊົນ
Episode 11: ເບື້ອງໜ້າ ເບື້ອງຫລັງ ກັບຂໍ້ສົງໄສວ່າ ເປັນຫຍັງສວນສາທາລະນະແຄມຂອງນະຄອນປາກເຊ ມອບໃຫ້ເອກະຊົນເຂົ້າໄປສໍາປະທານ ຫຼັງຈາກທີ່ມີເລື່ອງດຼ່າມ້າ ກັນລະຫວ່າງ ອິນຟູລາວ ແລະ ພະນັກງານຄົນຫວຽດນາມ.
Hosted on Acast. See acast.com/privacy for more information.
Fri, 07 Aug 2026 - 16min - 161 - ພົບການຄ້າອະໄວຍະວະມະນຸດຢູ່ລາວ
Episode 10: ເປີດໂປງຂະບວນການຄ້າຂາຍ ປູກຖ່າຍອະໄວຍະວະມະນຸດ ຂ້າມຊາດ ຢູ່ລາວ ໂດຍ ແພດຊາວຈີນ. ໄດ້ມີການຂຸດຄົ້ນລາຍງານ ເຖິງຄວາມຕ້ອງການອະໄວຍະວະເພີ່ມຂຶ້ນ ແຕ່ວ່າ ຢູ່ຈີນ ແລະ ໄຕ້ຫວັນ ກົດໝາຍເຄັ່ງຄັດ ສະນັ້ນ ຂະບວນການດັ່ງກ່າວ ຈຶ່ງຫັນມາໃຊ້ປະເທດລາວແທນ ຍ້ອນວ່າ ການປັບຄັບໃຊ້ກົດໝາຍອ່ອນແອ.
Hosted on Acast. See acast.com/privacy for more information.
Fri, 31 Jul 2026 - 15min - 160 - ລັດຖະບານ ບໍ່ສາມາດປະກາດພົ້ນທຸກປີ 2026
Episode 9: ລັດຖະບານ ບໍ່ສາມາດປະກາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ໃນປີ 2026 ເຫດຜົນຫຼັກຄືຫຍັງ ແລະ ໄດ້ເລື່ອນອອກໄປ ປີ 2030. ນັບແຕ່ປີ 2020 ເປັນຕົ້ນມາ ລັດຖະບານລາວ ໄດ້ເລື່ອນການປະກາດພົ້ນທຸກໄປແລ້ວ 3 ຄັ້ງ ຍ້ອນວ່າ ບໍ່ສາມາດລຶບລ້າງຄວາມທຸກຍາກໄດ້ໝົດ.
Hosted on Acast. See acast.com/privacy for more information.
Fri, 24 Jul 2026 - 18min - 159 - ເບື້ອງໜ້າ ເບື້ອງຫຼັງ ທີ່ໄປ ທີ່ມາ ການປາບ ສໍ້ລາດບັງຫຼວງ ໃນລາວ. ເປັນຫຍັງ ທ່ານ ທອງລຸນ ສີສຸລິດ ຈຶ່ງເນັ້ນດໍາເນີນການປາບປາມ ສໍ້ລາດບັງຫຼວງ ໃນຊ້ວງນີ້.
Episode 8: ເບື້ອງໜ້າ ເບື້ອງຫຼັງ ທີ່ໄປ ທີ່ມາ ການປາບ ສໍ້ລາດບັງຫຼວງ ໃນລາວ. ເປັນຫຍັງ ທ່ານ ທອງລຸນ ສີສຸລິດ ຈຶ່ງເນັ້ນດໍາເນີນການປາບປາມ ສໍ້ລາດບັງຫຼວງ ໃນຊ້ວງນີ້.
Hosted on Acast. See acast.com/privacy for more information.
Fri, 17 Jul 2026 - 19min - 158 - ຄົນລາວ ຫຼື ປະເທດລາວ ຈະໄດ້ຫຍັງ ເສຍຫຍັງ ຈາກທາງລົດໄຟລາວ-ຫວຽດ ມູນຄ່າ 6.6 ຕື້ ໂດລາ. ໂຄການດັ່ງກ່າວ ມູນຄ່າຫຼາຍກວ່າ ໂຄງການທາງລົດໄຟລາວຈີນ 6 ຕື້ໂດລາ.
Episode 7: ຄົນລາວ ຫຼື ປະເທດລາວ ຈະໄດ້ຫຍັງ ເສຍຫຍັງ ຈາກທາງລົດໄຟລາວ-ຫວຽດ ມູນຄ່າ 6.6 ຕື້ ໂດລາ.
ໂຄການດັ່ງກ່າວ ມູນຄ່າຫຼາຍກວ່າ ໂຄງການທາງລົດໄຟລາວຈີນ 6 ຕື້ໂດລາ.
Hosted on Acast. See acast.com/privacy for more information.
Fri, 10 Jul 2026 - 20min - 157 - ເຂົ້າໜຽວໝາກມ່ວງ ເປັນຂອງລາວ ຫຼື ຂອງໄທ ກັນແທ້?
Episode 6: ເຂົ້າໜຽວໝາກມ່ວງ ເປັນຂອງລາວ ຫຼື ຂອງໄທ ກັນແທ້?
Hosted on Acast. See acast.com/privacy for more information.
Fri, 03 Jul 2026 - 10min - 156 - ສໍາພາດ ດຣ. ບຸນທອນ ຈັນທະລະວົງ ວີເຊີ, ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ (ຕອນທີ 2)
Episode 5: ສໍາພາດ ດຣ. ບຸນທອນ ຈັນທະລະວົງ ວີເຊີ, ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ (ຕອນທີ 2)
Hosted on Acast. See acast.com/privacy for more information.
Fri, 26 Jun 2026 - 12min - 155 - ເຈາະລຶກ! ດຣ. ບຸນທອນ ໄຂຂໍ້ຂ້ອງໃຈ: ເຄື່ອນໄຫວການເມືອງ, ເລື່ອງທຶນການສຶກສາ ແລະ ການວິພາກວິຈານລັດຖະບານ
Episode 4: ການສໍາພາດ ດຣ ຈັນທະລາວົງ ວີເຊີ ນັກເຄື່ອນໄຫວດ້ານການເມືອງໃນລາວ ຫຼື ປະທານພັນທະມິີດປະຊາທິປະໄຕໃນລາວ ມານໍາສະເໜີ ທ່ານ. ໂດຍສະເພາະ ປະເດັນບັນ ເປັນຫຍັງ ດຣ ບຸນທອນ ໄດ້ທຶນໄປຮຽນຕໍ່ຕ່າງປະເທດ ແຕ່ ມາວິພາກ ວິຈານ ລັດຖະບານ.
Hosted on Acast. See acast.com/privacy for more information.
Fri, 19 Jun 2026 - 12min - 154 - ວິດກິດສິ່ງແວດລ້ອມ, ໄມ້ເຖື່ອນຕຸ້ມລານ ແລະ ຈີນ ຫວຽດ ລັກຂຸດຄໍາເຂດຫວງຫ້າມ
Episode 3: ວິດກິດສິ່ງແວດລ້ອມ, ໄມ້ເຖື່ອນຕຸ້ມລານ ແລະ ຈີນ ຫວຽດ ລັກຂຸດຄໍາເຂດຫວງຫ້າມ
Hosted on Acast. See acast.com/privacy for more information.
Fri, 12 Jun 2026 - 6min - 153 - ມົນລະພິດເຜົາຖ່ານຈີນ, ວາທະກໍາເອົາເຈຍໃນຖໍ້າ ແລະ ຊາວສາລະວັນເສຍດິນໃຫ້ຈີນ
Episode 2: ມົນລະພິດເຜົາຖ່ານຈີນ, ວາທະກໍາເອົາເຈຍໃນຖໍ້າ ແລະ ຊາວສາລະວັນເສຍດິນໃຫ້ຈີນ
Hosted on Acast. See acast.com/privacy for more information.
Fri, 05 Jun 2026 - 8min - 152 - ຊ່ວຍ 5 ຄົນຕິດຖໍ້າ, ສື່ໃຫຍ່ຕີຂ່າວຄົນຕິດຖໍ້າ ແລະ ຢຶດເຄື້ອງຂຸດຄໍາ.
Episode 1: ຊ່ວຍ 5 ຄົນຕິດຖໍ້າ, ສື່ໃຫຍ່ຕີຂ່າວຄົນຕິດຖໍ້າ ແລະ ຢຶດເຄື້ອງຂຸດຄໍາ.
Hosted on Acast. See acast.com/privacy for more information.
Fri, 29 May 2026 - 9min - 151 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍການລວມກະຊວງເຂົ້າກັນ.
2. ນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ຍຸດຕິ ການອອກໃບອະນຸຍາດ ຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ.
3. ກອງປະຊຸມສະໄໜວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນ ຖ້າມກາງຫຼາຍບັນຫາຫຍຸ້ງຍາກ.
Hosted on Acast. See acast.com/privacy for more information.
Mon, 17 Mar 2025 - 16min - 150 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວນະຄອນຫຼວງວຽງຈັນ ປະສົບບັນຫາ ນໍ້າປະປາບໍ່ພຽງພໍ ຕໍ່ຄວາມຕ້ອງການ.
2. ຄົນຂັບລົດບັນທຸກຈໍານວນນຶ່ງ ທີ່ໃຊ້ເສັ້ນທາງ 16 E ຢູ່ແຂວງຈໍາປາສັກ ຍ້ອນບໍລິສັດເອກກະຊົນ ເກັບຄ່າຜ່ານທາງຫຼາຍ.
3. ຢາບ້າ ແລະຢາໄອສ ຈໍານວນມະຫາສານ ຈາກມຽນມາ ເລັດລອດເຂົ້າມາລາວ ເພື່ອເປັນທາງຜ່ານ ໄປປະເທດໄທ.
Hosted on Acast. See acast.com/privacy for more information.
Fri, 14 Mar 2025 - 16min - 149 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ແຂວງຫົວພັນ ໄດ້ຮັບຄໍາແນະນໍາ ໃນການແກ້ໄຂ ບັນຫາຄົນງານ.
2. ຄົນຂັບລົດ ຂອງແອັບພິເຄຊັ້ນ InDrive ລວນລາມຜູ້ໂດຍສານ.
3. “ວັນສາກົນຕ້ານການສ້າງເຂື່ອນ” ຜູ້ນໍາລາວຄາດວ່າ ລາວຈະກາຍເປັນໝໍ້ໄຟ ຂອງເອເຊັຽຕາເວັນອອກສ່ຽງໃຕ້ ໃນປີ 2030.
Hosted on Acast. See acast.com/privacy for more information.
Thu, 13 Mar 2025 - 17min - 148 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ການກວດພົບ ໄມໂຄຣປລາສຕິກ ຢູ່ ສາຍນ້ຳຄານ ຈຳນວນຫຼາຍ ແຕ່ທາງການຍັງບໍ່ທັນມີແຜນ ແກ້ໄຂຈິງຈັງ ຍ້ອນ ຍັງບໍ່ມີງົບປະມານສະເພາະ.
2. ບໍລີສັດລັດວິສາຫະກິດ ພາວເວີ ໄຊນາ ຂອງຈີນ ຟ້ອງລັດວິສາຫະກິດໄຟຟ້າລາວ ທີ່ເປັນໜີ້ 555 ລ້ານໂດລາ.
3. ຊາວລາວ ພະຍາຍາມຂົນຢາແກ້ໄອປອມ 1,500 ຂວດ ຂ້າມດ່ານສາກົນຂົວມິດຕະພາບແຫ່ງທີ 2 ແລະ ຫລົບໜີການຈັບກຸມ ໄປໄດ້.
Hosted on Acast. See acast.com/privacy for more information.
Thu, 13 Mar 2025 - 17min - 147 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຄົນລາວ 6 ຄົນ ທີ່ຖືກຊ່ວຍເຫຼືອ ອອກຈາກສູນສະແກມເມີຢູ່ມຽນມາ ຜ່ານໄທນັ້ນ ໄດ້ຖືກສົ່ງກັບລາວແລ້ວ.
2. ບໍລິສັດ ຂອງນັກລົງທຶນຈີນ ແລະ ຫວຽດນາມ ໃນແຂວງຫົວພັນ ສ່ວນຫລາຍແມ່ນນໍາເຂົ້າແຮງງານ ຂອງປະເທດຕົນເອງ ເຂົ້າມາເຮັດວຽກ ກາຍກວ່າ ຈໍານວນທີ່ກົດໝາຍແຮງງານກໍານົດ.
3. ກະທ້ອມ ຖືກນໍາໃຊ້ກັນຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.
Hosted on Acast. See acast.com/privacy for more information.
Tue, 11 Mar 2025 - 16min - 146 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ນັກລົງທຶນຈີນ ສໍາປະທານສູນຂໍ້ມູນຂ່າວສານ ການທ່ອງທ່ຽວ ແຂວງຫຼວງພຣະບາງ ເພື່ອເປີດຮ້ານອາຫານຈີນ.
2. ບໍລິສັດຈີນ ໄດ້ຮັບສໍາປະທານຂຸດຄົ້ນ ແລະປຸງແຕ່ງຫີນອ່ອນມາໂບ້ ໃນກໍານົດ 5 ປີ ຢູ່ແຂວງຄໍາມ່ວນ.
3. ການຖິ້ມຂີ້ເຫຍື້ອຊະຊາຍ ກາຍເປັນບັນຫາໃຫຍ່ ໃນລາວ.
Hosted on Acast. See acast.com/privacy for more information.
Mon, 10 Mar 2025 - 16min - 145 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຄົນງານຈີນ 5 ຄົນ ຖືກຕໍາຫຼວດເອົາໄປ ປກສ ເມືອງ ຫຼັງໄດ້ບຸກລຸກເຂົ້າໄປວັດແທກ ເພື່ອສໍາຫຼວດບໍ່ແຮ່ ໃນເຂດບ້ານປະຊາຊົນ ຢູ່ແຂວງສະຫວັນນະເຂດ.
2. ຕໍາຫຼວດນາຍໜຶ່ງ ຢູ່ແຂວງຫຼວງນໍ້າທາ ຖືກຈັບ ຍ້ອນຮ່ວມມື ກັບແກ້ງລັກລົດຈັກ.
3. ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ເດືອດຮ້ອນ ຍ້ອນ ກິ່ນເໝັນຂີ້ເຫຍື້ອ.
Hosted on Acast. See acast.com/privacy for more information.
Fri, 07 Mar 2025 - 15min - 144 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ນະໂຍບາຍຮຽນຟຣີ ຂອງໂຮງຮຽນລັດ ພາກ 2: ພໍ່ແມ່ຜູ້ປົກຄອງ, ໂຮງຮຽນ ແລະບ້ານ ສ້າງບ່ອນພັກໃຫ້ນັກຮຽນ ໃນສະພາບປະຖົມປະຖານ.
2. ພື້ນທີ່ດິນ ຢູ່ໃກ້ກັບກຸ່ມບ້ານບຸ່ນ ສະຫງວນໄວ້ ເປັນສະໜາມຊ້ອມຮົບ.
3. ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ຈະເປີດໃຫ້ບໍລິການ ໃນເດືອນມິຖຸນາ 2025 ນີ້.
Hosted on Acast. See acast.com/privacy for more information.
Thu, 06 Mar 2025 - 16min - 143 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ລາຄາມັນຕົ້ນຢູ່ລາວຍັງຕົກຕໍ່າລົງ ເຮັດໃຫ້ຊາວສວນຍອມແພ້.
2. ເຈົ້າໜ້າທີ່ ຍັງບໍ່ຊີ້ແຈ້ງສາເຫດດິນຍຸບ ຢູ່ແຂວງຄໍາມ່ວນ.
3. ປະຊາຊົນ ຢູ່ແຂວງອຸດົມໄຊ ຈໍານວນໜຶ່ງ ປະຕິເສດຄ່າຊົດເຊີຍ ຈາກເຈົ້າຂອງໂຄງການພະລັງງານສີຂຽວ.
Hosted on Acast. See acast.com/privacy for more information.
Thu, 06 Mar 2025 - 15min - 142 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ນະໂຍບາຍຮຽນຟຣີ ໂຮງຮຽນລັດ: ການສຶກສາສາຍສາມັນ ເລີ່ມຕັ້ງແຕ່ຊັ້ນປະຖົມ ເຖິງມັດທະຍົມ ບໍ່ເສຍຄ່າຮຽນ.
2. ໄຟໄໝ້ສະໜາມຂີ້ເຫຍື້ອ ເຮັດໃຫ້ເກີດຄວັນ, ກິ່ນຂິວໄປທົ່ວ ເຮັດໃຫ້ຊາວບ້ານ ຮູ້ສຶກບໍ່ສະບາຍ ແລະນອນບໍ່ໄດ້.
3. ໂຈະການອອກໃບອະນຸຍາດ ຊື້-ຂາຍແຮ່ທາດ ແລະຜະລິດຕະພັນແຮ່ທາດ ຍ້ອນ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງໜັກ.
Hosted on Acast. See acast.com/privacy for more information.
Tue, 04 Mar 2025 - 16min - 141 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ໄຟຟ້າລາວ ຮັບວ່າ ອຸປະກອນໄຟຟ້າ ທີ່ບໍ່ໄດ້ບໍາລຸງຮັກສາ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດໄຟໄໝ້, ຊັບສິນຂອງປະຊາຊົນ ເສຍຫາຍຢູ່ຫຼາຍບ່ອນ.
2. ລັດຖະບານລາວ ຈະປັບຂຶ້ນລາຄາໄຟຟ້າໃໝ່ ເລີ່ມແຕ່ເດືອນມີນາ 2025 ເປັນຕົ້ນໄປ.
3. ແຂວງອັດຕະປື ລົງວິໄນພະນັກງານ ພັກ-ລັດ 23 ຄົນ ຖານສໍ້ລາດບັງຫຼວງ.
Hosted on Acast. See acast.com/privacy for more information.
Mon, 03 Mar 2025 - 16min - 140 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ແມ່ຍິງລາວ 4 ຄົນ ຖືກຈັບ ຢູ່ໄທ ໃນຂໍ້ຫາ ບໍ່ມີໃບອະນຸຍາດ ເຮັດວຽກ.
2. ສື່ມວນຊົນລາວ ຢູ່ໃນອັນດັບ 153 ໃນ 180 ປະເທດ ທົ່ວໂລກ.
3. ລາວ ແລະ ຈີນ ເລີ່ມກໍ່ສ້າງ ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວ່ນ ຢູ່ແຂວງອຸດົມໄຊ.
Hosted on Acast. See acast.com/privacy for more information.
Fri, 28 Feb 2025 - 16min - 139 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການລາວ ອອກຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງບັນຊີເງິນຝາກ ເງິນຕາຕ່າງປະເທດ ໂດຍກໍານົດຄ່າທໍານຽມໃນການໂອນເງິນ.
2. ທາງການ ຫ້າມບໍ່ໃຫ້ລົດຕູ້ ແລ່ນຮັບ-ສົ່ງ ຜູ້ໂດຍສານ ໃນເຂດເມືອງມໍລະດົກໂລກ.
3. ເປັນເລື່ອງຖົກຖຽງກັນ ທີ່ທາງການ ໃຫ້ບໍລິສັດເອກກະຊົນ ສໍາປະທານສ້າງຫໍພັກນັກສຶກສາ.
Hosted on Acast. See acast.com/privacy for more information.
Thu, 27 Feb 2025 - 16min - 138 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວບ້ານຫຼາຍບ້ານ ຢູ່ເມືອງຫມື່ນ ແຂວງວຽງຈັນ ຍັງໄດ້ຮັບຜົນກະທົບ ຈາກການຂຸດຄຳຕົກຂ້ອນ ເຮັດໃຫ້ສາຍນ້ຳຮອນ ມີສະພາບເປື້ອນຂຸ່ນ ໃຊ້ນ້ຳບໍ່ໄດ້.
2. ທາງການລາວ ຕິດຕາມພວກສໍ້ໂກງຊັບ ທາງໂທລະຄົມຢ່າງໃກ້ຊິດ ບໍ່ໃຫ້ກັບມາລາວ ຫຼັງຈາກສູນກາງຂອງພວກເຂົາຢູ່ມຽນມາ ຖືກລົບກວນ.
3. ເຫດການໄຟໄໝ້ ແລະລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດຂອງຊາວຈີນ ກະທົບເຮືອນປະຊາຊົນ 142 ຫຼັງຄາເຮືອນ, ມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານຢວນ.
Hosted on Acast. See acast.com/privacy for more information.
Wed, 26 Feb 2025 - 16min - 137 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ໂຮງງານຜະລິດແປ້ງມັນຕົ້ນຂອງຫວຽດນາມ ປ່ອຍນໍ້າເສຍລົງຫ້ວຍນໍ້າທຽບ ແຂວງບໍລິຄໍາໄຊ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຮຸນແຮງ.
2. ກວດພົບໝູຕິດເຊື້ອອະຫິວາ ໝູອາຟຣິກາ 78 ໂຕ ຢູ່ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ພ້ອມດຳເນີນການທຳລາຍຖິ້ມແລ້ວ.
3. ປະຊາຊົນລາວ ບໍ່ສົນໃຈນໍາເລື່ອງການປັບປຸງ ລັດຖະທໍາມະນູນ ຍ້ອນເຊື່ອວ່າແກ້ໄຂໄປແລ້ວ ກໍຈະບໍ່ມີຜົນປະໂຫຽດຫຍັງ.
Hosted on Acast. See acast.com/privacy for more information.
Tue, 25 Feb 2025 - 17min - 136 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເຕືອນປະຊາຊົນ ໃຫ້ລະວັງ 5 ຮູບການ ຂອງມິດສາຊີບ ທີ່ໃຊ້ຫຼອກລວງ ຜ່ານອອນລາຍ.
2. ຄົນທ້ອງຖິ່ນ ຢູ່ແຂວງສະຫວັນນະເຂດ ກັງວົນເລື່ອງຄວາມປອດໄພຂອງຄຸກ.
3. ຊາວບ້ານ ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮ້ອງທຸກ ເພາະໄດ້ຮັບຜົນກະທົບ ຈາກໂຮງງານຫລອມໂລຫະ.
Hosted on Acast. See acast.com/privacy for more information.
Mon, 24 Feb 2025 - 16min - 135 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ນາຍໜ້າ ໃຊ້ວິທີ ໃຫ້ຄ່າຕອບແທນສູງ ເພື່ອລໍ້ເອົາແມ່ຍິງ-ເຍົາວະຊົນຍິງລາວ ໄປແຕ່ງດອງກັບຄົນຈີນ.
2. ປະຊາຊົນລາວ ເຊື່ອວ່າ ການສໍ້ລາດບັງຫຼວງຢູ່ລາວ ທີ່ມີມາຫຼາຍສິບປີນັ້ນ ຈະບໍ່ໝົດໄປຈັກເທື່ອ.
3. ນາຍົກ ລັດຖະມົນຕີ ລາວ -ໄທ ຫາລືຄວາມຮ່ວມມື ປາບປາມ ແກ້ງຄອລເຊັນເຕີ້.
Hosted on Acast. See acast.com/privacy for more information.
Sat, 22 Feb 2025 - 17min - 134 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ໄຕ້ຫວັນ ຈັດໃຫ້ລາວ ເປັນປະເທດປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງຂອງແກ້ງຄອນເຊັນເຕີ ສໍາລັບ ນັກທ່ອງທ່ຽວໃນອາຊຽນ.
2. ພາຍຫຼັງທີ່ ລັດຖະບານໄທ ຕັດໄຟຟ້າທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດໄທ ແລະ ຖືກຈັບ.
3. ທາງການລາວ ເອົາທະຫານ ມາຝຶກອົບຮົມເປັນຄູ ໂດຍເລີ້ມຢູ່ ແຂວງສະຫວັນນະເຂດ ພາຍຫຼັງ ລາວຂາດແຄນຄູຫຼາຍ.
Hosted on Acast. See acast.com/privacy for more information.
Thu, 20 Feb 2025 - 15min - 133 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. 1 ປີ ຜ່ານມາ ທາງການລາວ ສົ່ງເສີມຄົນງານລາວ ໃຫ້ມີວຽກງານເຮັດ ຢູ່ພາຍໃນປະເທດ ໄດ້ 26,000 ປາຍຄົນ ແຕ່ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ ທີ່ໃນຈຳນວນ 2,600 ຫົວໜ່ວຍ ຕ້ອງການແຮງງານລາວ ຈຳນວນ 153,315 ຄົນ.
2. ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກຮ້ານຂາຍເຄື່ອງຂອງຈີນ ລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນທີ່ເພພັງ.
3. ໂຄງການ ພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຍັງສືບຕໍ່ ຢຸດປະໂຄງການໄວ້ ຊົ່ວຄາວ.
Hosted on Acast. See acast.com/privacy for more information.
Wed, 19 Feb 2025 - 16min - 132 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການລາວ ກວດສອບສາຍອິນເຕີເນັດ ຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 1 ຫຼັງລັດຖະບານໄທ ຕັດໄຟ ຕັດອິນເຕີເນັດ ໃຫ້ສູນສໍ້ໂກງຊັບ ທາງໂທລະຄົມ ຢູ່ມຽນມາ.
2. ທາງການແຂວງອຸດົມໄຊ ກຳລັງສືບຫາ ຕຳແໜ່ງທີ່ມາ ຂອງທາດລະເບີດ ແລະໝາກຟ່າ ທີ່ພົບຢູ່ຮ້ານ ຂາຍອະໄຫຼ່ລົດ ຂອງຊາວຈີນ ທີ່ເກີດເຫດໄຟໄຫມ້ ແລະລະເບີດຮຸນແຮງ.
3. ຕໍາຫຼວດລາວ ກໍາລັງສືບສວນ ສອບສວນຫາມືປືນໄທ ທີ່ຍິງຄົນລາວເສຍຊີວິດ ຢູ່ໜ້າຮ້ານບັນເທີງ ເທັກທ່ຽນກົ່ງ ທີ່ນະຄອນຫຼວງວຽງຈັນ.
Hosted on Acast. See acast.com/privacy for more information.
Tue, 18 Feb 2025 - 17min - 131 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ການຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນຫຼວງພຣະບາງ ຍັງຫຼ້າຊ້າ.
2. ລາວ ເປັນປະເທດ ອັນດັບນຶ່ງ ທີ່ປະຊາກອນດື່ມເຫຼົ້າ ຫຼາຍທີ່ສຸດ ໃນເອເຊຽຕາເວັນອອກສ່ຽງໃຕ້.
3. ມີການໂຄສະນາ ຮັບຈ້າງໂອນເງິນ ຜ່ານບັນຊີມ້າຈໍານວນຫຼາຍ ຜ່ານສື່ສັງຄົມອອນລາຍ ແບບບໍ່ຢ້ານຕໍ່ກົດໝາຍ.
Hosted on Acast. See acast.com/privacy for more information.
Fri, 14 Feb 2025 - 18min - 130 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການລາວຮູ້ ວ່າຊາວລາວຜູ້ເຄາະຮ້າຍ 6 ຄົນ ໄດ້ຖືກຊ່ວຍອອກຈາກສູນສະແກມເມີ ຢູ່ມຽນມາ ແລະຈະຊ່ວຍ ໃຫ້ໄດ້ກັບບ້ານ.
2. ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ.
3. ທາງດ່ວນ ແຕ່ ແຂວງອຸດົມໄຊ ຫາ ບໍ່ເຕັນ ຈະສົ່ງຜົນກະທົບໃສ່ປະຊາຊົນ 89 ຄອບຄົວ.
Hosted on Acast. See acast.com/privacy for more information.
Thu, 13 Feb 2025 - 16min - 129 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊ່າງພາບອິດສະລະ ທີ່ຖ່າຍຮູບຢູ່ສະຖານທີ່ທ່ອງທ່ຽວ ໃນນະຄອນຫຼວງພະບາງ ຕ້ອງໄດ້ມີໃບອະນຸຍາດ ດຳເນີນການ ແລະ ເສຍຄ່າທຳນຽມໃຫ້ທາງການ.
2. ຄະດີອາດຊະຍາກໍາຢູ່ລາວ ປີ 2024 ມີເຖິງ 8,000 ປາຍເລື່ອງ ໃນຂະນະທີ່ປະຊາຊົນເວົ້າວ່າ ເຈົ້າໜ້າທີ່ເຮັດວຽກຊັກຊ້າ.
3. ດັດຊະນີ ການຮັບຮູ້ ການສໍ້ລາດບັງຫຼວງຂອງລາວ ດີຂຶ້ນຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114 ໃນປີ 2024, ແຕ່ຄວາມເຂັ້ມງວດຂອງການນໍາ ແຕ່ລະທ້ອງຖິ່ນ ກໍຍັງຂາດການເອົາໃຈໃສ່ ຢູ່.
Hosted on Acast. See acast.com/privacy for more information.
Thu, 13 Feb 2025 - 17min - 128 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ການທ່ອງທ່ຽວລາວ ຢູ່ແຂວງຫຼວງພຣະບາງ ກໍາລັງດີ້ນຮົນ ຍ້ອນບໍລິສັດທ່ອງທ່ຽວຈີນ ເຂົ້າມາຈັບຈອງເອົານັກທ່ອງທ່ຽວຈີນ.
2. ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ຍັງສ້າງສິ່ງປຸກສ້າງ ເທີບເງີບ ກວມເອົາ ເຂດສະຫງວນ ເສັ້ນທາງ ເຮັດໃຫ້ທາງການ ໄດ້ແຈ້ງເຕືອນອີກ ເພື່ອໃຫ້ຮື້ ຖອນ.
3. ການລົງທຶນຢູ່ແຂວງອຸດົມໄຊ ຫຼາຍກວ່າ 75% ແມ່ນຂອງນັກທຸລະກິດຈີນ.
Hosted on Acast. See acast.com/privacy for more information.
Tue, 11 Feb 2025 - 16min - 127 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ເປີດເຜີຍຂະບວນການ, ລາຍລະອຽດ ກ່ຽວກັບການແຕ່ງດອງ ກັບຜູ້ຊາຍຈີນ.
2. ລັດວິສາຫະກິດໄຟຟ້າລາວ ຊີ້ແຈ້ງວ່າ ລາວສະໜອງໄຟຟ້າ ໃຫ້ກຸ່ມຄອນເຊັນເຕີ ຢູ່ມຽນມາ ຫຼືບໍ່?
3. ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນຄໍາຕົກຂ້ອນ ຖືກຂົ່ມຂູ່.
Hosted on Acast. See acast.com/privacy for more information.
Mon, 10 Feb 2025 - 18min - 126 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ບາງບໍລິສັດ ຂຸດຄົ້ນຖ່ານຫີນ ຂອງຈີນ ຢູ່ພາກໃຕ້ຂອງລາວ ຫຼຸດຄົນງານລົງຫຼາຍ.
2. ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບຕໍ່ກິໂລ.
3. ດິນ ທີ່ທາງການລາວ ມອບໃຫ້ນັກລົງທຶນສໍາປະທານ 1 ລ້ານປາຍເຮັກຕາ, ແຕ່ໄດ້ຮັບການພັດທະນາ ບໍ່ເຖິງຮອດເຄິ່ງນຶ່ງ.
Hosted on Acast. See acast.com/privacy for more information.
Fri, 07 Feb 2025 - 18min - 125 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການ ເມືອງວັງວຽງ ຍັງບໍ່ທັນເປີດເຜີຍຄວາມຄືບຫນ້າ ການສືບສວນ-ສອບສວນ ກໍລະນີ ນັກທ່ອງທ່ຽວ ເສຍຊີວິດ ຍ້ອນເຄື່ອງດື່ມທາດເຫລົ້າ.
2. ເຈົ້າໜ້າທີ່ທາງການລາວ ທໍາລາຍສວນຝິ່ນຂອງຊາວບ້ານ ທີ່ລັກປູກຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ.
3. ທາງການລາວ ຍັງຂາຍໄຟຟ້າໃຫ້ພະມ້າຕາມປົກກະຕິ ແລະ ຍັງບໍ່ມີການຂໍຊື້ໄຟຟ້າເພິ່ມຈາກພະມ້າ.
Hosted on Acast. See acast.com/privacy for more information.
Fri, 07 Feb 2025 - 17min - 124 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ ເຮັດໃຫ້ທັງຄົນຂັບລົດ ແລະປະຊາຊົນຢ້ານກົວ, ລະວັງຂື້ນຕື່ມ.
2. ແມ່ຍິງລາວ ຢາກຫຼຸດພົ້ນຈາກຄວາມທຸກຍາກ ຈຶ່ງຕັດສິນໃຈ ເຂົ້າສູ່ຂະບວນການ ສິດ ເດັກຫຼອດແກ້ວ ສຳລັບຖືພາໃຫ້ຄົນຈີນ ເພື່ອແລກກັບຄ່າຈ້າງທີ່ສູງ.
3. ນະຄອນຫຼວງວຽງຈັນສັ່ງໃຫ້ເຝົ້າລະວັງ ການລະບາດຂອງພະຍາດທາງລະບົບຫາຍໃຈ ຊະນິດໄຂ້ຫວັດໃຫຍ່ ແລະປອດອັກເສບ.
Hosted on Acast. See acast.com/privacy for more information.
Thu, 06 Feb 2025 - 18min - 123 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທ່່ານໝໍ ແນະນໍາໃຫ້ຊາວລາວ ປ້ອງກັນໂຕເອງໃຫ້ປອດໄພ ຈາກຝຸ່ນ PM 2.5 ຫຼັງຈາກ ຝຸ່ນດັ່ງກ່າວ ມີລະດັບ ສົ່ງຜົນກະທົບຕໍ່ສຸຂະພາບ ໃນໄລຍະນີ້.
2. ໂຮງງານໂຟມຂອງຈີນ ຢູ່ນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອຂະໜາດໃຫຍ່, ເກີດແປວໄຟຂື້ນສູງ, ຄວັນປົກຄຸມໄປທົ່ວ.
3. ລັດວິສາຫະກິດໄຟຟ້າລາວ ແລະທາງການລາວ ຫາລື ປັບໂຄງສ້າງລາຄາໄຟຟ້າໃໝ່.
Hosted on Acast. See acast.com/privacy for more information.
Wed, 05 Feb 2025 - 16min - 122 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວບ້ານສະພັງຄະນົງ ນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນມີການຕັນທາງທຽວ ເພື່ອສ້າງສະຖານີສ້ອມແປງ ລົດໄຟລາວ-ຈີນ.
2. ຊາວບ້ານ ຢູ່ແຂວງຫົວພັນ ຮຽກຮ້ອງທາງການລາວ ລົງກວດກາ ໂຄງການຂຸດຄົ້ນແຮ່ທາດ ຫຼັງຈາກ ມີຂໍ້ ຂັດແຍ່ງທີ່ດິນ ມາດົນນານ.
3. ແຂວງວຽງຈັນ ມອບເງິນຊົດເຊີຍ ໃຫ້ປະຊາຊົນ ທີ່ເສຍດິນ ໃຫ້ໂຄງການສ້າງແຫຼ່ງທ່ອງທ່ຽວ ຢູ່ອ່າງນ້ຳງຶ່ມ ຄົບແລ້ວ.
Hosted on Acast. See acast.com/privacy for more information.
Mon, 03 Feb 2025 - 16min - 121 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ສວນກ້ວຍຈີນ ຈົກດິນຕັນຫ້ວຍນ້ຳເທົາ ກະທົບຕໍ່ຊີວິດ ການເປັນຢູ່ຂອງຊາວບ້ານ ແລະ ຮຽກຮ້ອງໃຫ້ ທາງການລາວ ຊ່ວຍແກ້ໄຂບັນຫາ.
2. ລາວ ອາດຈະບໍ່ສາມາດ ຫຼຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2026.
3. ຄົນງານລາວ ຢູ່ໄທ ທີ່ມີ MOU ຕ້ອງກັບຄືນປະເທດລາວ ພາຍໃນ ວັນທີ 13 ກຸມພາ.
Hosted on Acast. See acast.com/privacy for more information.
Fri, 31 Jan 2025 - 17min - 120 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ແຕ່ ເດືອນມິຖຸນາ 2024 ຫາເດືອນມັງກອນ 2025 ຕໍາຫຼວດໄທ ຈັບຄົນງານລາວທີ່ຜິດກົດໝາຍ 500 ປາຍຄົນ.
2. ມີແມ່ຍິງລາວ ຈໍານວນເພີ່ມຂຶ້ນເລື້ອຍໆ ກາຍມາເປັນແມ່ອູ້ມບຸນ ໃຫ້ກັບພໍ່ແມ່ຊາວຈີນ.
3. ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກັງວົນເລື່ອງສານເຄມີ ຈາກຮ້ານເກັບຊື້ໝໍ້ໄຟລົດເກົ່າ ຂອງຄົນຈີນ.
Hosted on Acast. See acast.com/privacy for more information.
Thu, 30 Jan 2025 - 19min - 119 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ສະຖານທູດອິນເດຍ ຊ່ອຍເຍົາວະຊົນອິນເດຍ 67 ຄົນ ທີ່ເປັນເຫຍື່ອຄ້າມນຸດ ຢູ່ສູນ Scam ຂອງຈີນ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ແຂວງ ບໍ່ແກ້ວ.
2. ທາງການລາວ ກຽມຮັບມືກັບໄຟໄໝ້ປ່າໃນປີນີ້ ແຕ່ມີງົບປະມານໜ້ອຍ ໃນການຈັດຫາອຸປະກອນປ້ອງກັນ.
3. ການແກ້ໄຂຂໍ້ຂັດແຍ່ງ ເລື່ອງທີ່ດິນ ຢູ່ແຂວງອັດຕະປື ຍັງມີຄວາມທ້າທາຍ ແລະຫຍຸ້ງຍາກ ກະທົບຕໍ່ ປະຊາຊົນ ທີ່ດິນທຳການກະເສດ ບໍ່ພຽງພໍ.
Hosted on Acast. See acast.com/privacy for more information.
Thu, 30 Jan 2025 - 17min - 118 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຫຼາຍອົງການທີ່ ບໍ່ຂື້ນກັບລັດຖານໃນລາວ ແລະບາງອົງການຂອງລັດຖະບານ ໄດ້ຮັບຜົນກະທົບ ຈາກການ ລະງັບເງິນຊ່ວຍເຫຼືອ 90 ມື້ຂອງສະຫະຣັດ.
2. ຍັງມີການລັກລອບ ນໍາເອົາເບຍຈາກຫວຽດນາມ ເຂົ້າມາຂາຍ ພາຍໃນແຂວງສະຫວັນນະເຂດ ແບບຜິດກົດໝາຍ ໂດຍໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຢູ່ດ່ານສາກົນ ສະຫວັນ - ລາວບາວ.
3. ຊາວບ້ານຢູ່ແຂວງເຊກອງ ແລະອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໂຄງການພະລັງງານ ລົມມອນຊູນ ໄດ້ຮັບຄ່າຊົດເຊີຍພຽງ 50%.
Hosted on Acast. See acast.com/privacy for more information.
Tue, 28 Jan 2025 - 17min - 117 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ປີ 2024 ທາງການລາວ ຈັບຜູ້ຖືກກ່າວຫາຊາວລາວ, ຈີນ, ຫວຽດນາມ ໄດ້ທັງໝົດ 122 ຄົນ ຍ້ອນ ກໍ່ຄະດີຄ້າມະນຸດ ໃນຮູບແບບການຈ້າງຖືພາ, ແຕ່ງດອງ ແລະຕອບແຊັດ.
2. ລົດເມ ນະຄອນຫຼວງວຽງຈັນ-ປາກເຊ ເສຍຫຼັກ ຕໍາຕົ້ນໄມ້, ເສຍຊີວິດຄາທີ່ 1 ຄົນ, ບາດເຈັບ 43 ຄົນ. ໃນນັ້ນ ຊາວຕ່າງປະເທດ 29 ຄົນ.
3. ຊາວບ້ານ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນ ຄໍາຕົກຂ້ອນ ຢູ່ເທິງ ຫ້ວຍງື.
Hosted on Acast. See acast.com/privacy for more information.
Mon, 27 Jan 2025 - 18min - 116 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ລາຍຮັບ ຈາກການຂຸດຄົ້ນບໍ່ແຮ່ ຢູ່ລາວ ເມື່ອປີກາຍເພີ່ມຂື້ນ ຢ່າງຫຼວງຫຼາຍ.
2. ເຈົ້າໜ້າທີ່ຕໍາຫຼວດ ສະກັດກັ້ນ ແລະຊ່ອຍເຫຼືອ ເຫຍື່ອຄ້າມະນຸດ 3 ຄົນ ແລະຈັບນາຍໜ້າ ຄົນລາວ 2 ຄົນ ຢູ່ສະໜາມບິນສາກົນວັດໄຕ.
3. ພວກຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຂື້ນຄ່າໂດຍສານ ໂດຍບໍ່ໄດ້ປະກາດ.
Hosted on Acast. See acast.com/privacy for more information.
Fri, 24 Jan 2025 - 17min - 115 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວບ້ານ ຫຼາຍພັນຄົນ ແຫ່ຂຸດຄົ້ນຄຳ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ເພື່ອເອົາໄປຂາຍຫາເງິນລ້ຽງຊີບ.
2. ການຈູດຂີ້ເຫຍື້ອ ຢູ່ສູນບໍາບັດຂີ້ເຫຍື້ອ ທີ່ເມືອງຊະນະສົມບູນ ແຂວງຈໍາປາສັກ ສົ່ງຜົນກະທົບຕໍ່ຊາວບ້ານ ຮຸນແຮງ.
3. ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນ ຊາວໜຸ່ມລາວ ທີ່ມົ້ວສຸມ ນ້ຳກະທ້ອມ ຄອລາເຈນ ຢາສູບ ພ້ອມກັນ ສ່ຽງອັນຕະລາຍ ຂັ້ນຮຸນແຮງ ແລະ ເສຍຊີວິດ.
Hosted on Acast. See acast.com/privacy for more information.
Thu, 23 Jan 2025 - 17min - 114 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການລາວ ໄດ້ສົ່ງໂຕຊາວຈີນ 41 ຄົນ ທີ່ຖືກຈັບ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ທາງການຈີນ.
2. ຫຼາຍແຂວງໃນລາວ ຍັງມີການຂຸດຄຳຕົກຂ້ອນ ເຖິງແມ່ນລັດຖະບານລາວ ສັ່ງໂຈະ ການຂຸດຄົ້ນ ແຮ່ຄຳຕົກຂ້ອນ ແລ້ວກໍຕາມ.
3. ຮອງປະທານບໍລິສັດ ຂຸດຄົ້ນແຮ່ທາດ ໃນແຂວງຫົວພັນ ຖືກຈັບ ຢູ່ສະໜາມຕີໄກ່ ບ້ານເດີຍ.
Hosted on Acast. See acast.com/privacy for more information.
Thu, 23 Jan 2025 - 17min - 113 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ອັດຕາ ປະລະການຮຽນ ຢູ່ແຂວງຊຽງຂວາງ ເພີ່ມຂຶ້ນ ຍ້ອນບັນຫາເສດຖະກິດ ໃນຫຼາຍຄອບຄົວ.
2. ລັດຖະບານອາເມຣິກາ ຈະໃຫ້ທຶນຊ່ອຍເຫຼືອຜູ້ລອດຊີວິດ ຈາກການຖືກຄ້າມະນຸດ ຢູ່ແຂວງຫຼວງນໍ້າທາ.
3. ຊາວສວນມັນຕົ້ນ ເມືອງນານ ແຂວງຫຼວງພະບາງ ແຫ່ພາກັນໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ ເຖິງແມ່ນທາງໂຮງງານ ໃຫ້ລາຄາ ພຽງແຕ່ປະມານ 1,050 ກີບ ຕໍ່ກິໂລກຣາມ ກໍຕາມ.
Hosted on Acast. See acast.com/privacy for more information.
Tue, 21 Jan 2025 - 17min - 112 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ສະຖານະການ ດ້ານສິດທິມະນຸດ ໃນລາວ ລວມທັງ ປະເທດໃນຂົງເຂດ ເອເຊັຽຕາເວັນອອກ ສຽງໃຕ້ ຍັງບໍ່ດີຂຶ້ນ.
2. ຊາວບ້ານບໍ່ເຊື່ອວ່າ ດິນຍຸບ ຢູ່ເຂດເມືອງທ່າແຂກ ຊິບໍ່ກ່ຽວກັບ ການຂຸດຄົ້ນເກືອກາລີ.
3. ແມ່ຍິງລາວ ຄົນໜຶ່ງ ທີ່ຢູ່ໃນສູນຊ່ອຍເຫຼືອເຫຍື່ອຄ້າມະນຸດ ໃນປະເທດໄທ ຍັງລໍຖ້າ ການດໍາເນີນການເພື່ອສົ່ງກັບ ຈາກທາງລັດຖະບານລາວ.
Hosted on Acast. See acast.com/privacy for more information.
Fri, 17 Jan 2025 - 17min - 111 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ປະຊາຊົນລັກປູກຝິ່ນເກືອບ 10 ເຮັກຕ້າ ຢູ່ ແຂວງຫລວງນໍ້າທາ.
2. ການກໍ່ສ້າງເສັ້ນທາງ ເລກທີ 13 ເໜືອ ຢູ່ຈຸດສາມແຍກສີໄຄ ມີຄວາມຊັກຊ້າຫຼາຍ ເຮັດໃຫ້ເກີດບັນຫາລົດຕິດໜັກ.
3. ຊາວລາວ ບໍ່ເຊື່ອວ່າ ລັດຖະບານຈະແກ້ໄຂບັນຫາເສດຖະກິດໄດ້.
Hosted on Acast. See acast.com/privacy for more information.
Thu, 16 Jan 2025 - 17min - 110 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ສັ່ງໃຫ້ບໍລິສັດຫວຽດນາມ ຢຸດຕິ ຂຸດຄົ້ນແຮ່ເຫຼັກ ຊົ່ວຄາວ ຍ້ອນ ປ່ອຍນ້ຳລ້າງແຮ່ ລົງສູ່ສາຍນ້ຳຊ້າງ ແລະສາຍນ້ຳປູນ.
2. ອາກາດໜາວເຢັນແຮງ ສ້າງຄວາມເສຍຫາຍຫຼາຍ ໃຫ້ແກ່ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ.
3. ຍັງມີເດັກຍິງ-ແມ່ຍິງລາວ ປະມານ 18 ຄົນ ລໍຖ້າການຊ່ວຍເຫຼືອ ຢູ່ປະເທດຈີນ ຫຼັງແຕ່ງດອງກັບຜົວຈີນ ແລ້ວຖືກກັກຂັງ ແລະຖືກທໍາຮ້າຍຮ່າງກາຍ.
Hosted on Acast. See acast.com/privacy for more information.
Thu, 16 Jan 2025 - 19min - 109 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈາກເມືອງໂພນໂຮງ ແຂວງວຽງຈັນ 200 ຄົນ.
2. ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນການດື່ມເຫຼົ້າແກ້ໜາວ ສ່ຽງຕໍ່ບັນຫາສຸຂະພາບ ຈົນເຖິງຂັ້ນເສຍຊີວິດ.
3. ຂະບວນການອອກໃບຕາດິນຊັກຊ້າ ເຮັດໃຫ້ດິນຂອງປະຊາຊົນ ຖືກໂຄງການຕ່າງໆ ກວມເອົາຫຼາຍ.
Hosted on Acast. See acast.com/privacy for more information.
Tue, 14 Jan 2025 - 15min - 108 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວບ້ານ ໃນເມືອງວຽງໄຊ ແຂວງຫົວພັນ ຮຽກຮ້ອງໃຫ້ພາກສ່ວນທີ່ກ່່ຽວຂ້ອງ ກວດກາ ບໍລິສັດບໍ່ແຮ່ຫວຽດນາມ ທີ່ປ່ອຍນໍ້າເສຍ ລົງແມ່ນໍ້າສອງສາຍ.
2. ກະແສໄຟຟ້າ ທີ່ຖືກສົ່ງອອກຈາກລາວ ໄປຂາຍຕ່າງປະເທດເມື່ອປີກາຍ ມູນຄ່າ 980 ລ້ານໂດລາສະຫະລັດ.
3. ເກີດເຫດໄຟໄໝ້ ຕະຫຼາດຊັ່ງຈ່ຽງ ສູນການຄ້າໃຫຍ່ທີ່ສຸດ ໃນນະຄອນຫຼວງວຽງຈັນ.
Hosted on Acast. See acast.com/privacy for more information.
Tue, 14 Jan 2025 - 18min - 107 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ສໍາພາດພິເສດ ສສ ໄທ ກ່ຽວກັບການຊ່ອຍເຫຼືອຊາວລາວ 19 ຄົນ ເຫຍື່ອການຄ້າມະນຸດ ໃນປະເທດມຽນມາ.
2. ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານຊຽງດາ ກັບ ບໍລິສັດນໍ້າທາ ຍັງບໍ່ຈົບ.
3. ນັບແຕ່ປີ 2022-2024 ລັດຖະບານລາວ ສາມາດກວາດລ້າງ ແກ້ງຄໍເຊັນເຕີ້ ຢູ່ສາມຫຼ່ຽມຄໍາ ໄດ້ 88%.
Hosted on Acast. See acast.com/privacy for more information.
Sat, 11 Jan 2025 - 16min - 106 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. 290 ຄອບຄົວ ທີ່ເສັຍໃຫ້ທາງລົດໄຟ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
2. ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ເມືອງວຽງໄຊ ແຂວງຫົວພັນ ກັບ ບໍລິສັດ ຂຸດຄົ້ນແຮ່ເຫຼັກ.
3. ຊາວບ້ານ ທີ່ຢູ່ແຄມນໍ້າເນີນ ແຂວງຫົວພັນ ເດືອດຮ້ອນ ຍ້ອນໂຄງການຂຸດຄໍາ.
Hosted on Acast. See acast.com/privacy for more information.
Fri, 10 Jan 2025 - 15min - 105 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວສວນມັນຕົ້ນ ຈຳນວນໜຶ່ງ ຕ້ອງຢຸດປູກມັນຕົ້ນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ.
2. ເຈົ້າແຂວງອັດຕະປື ສັ່ງໂຈະໂຄງການປູກພືດແລະປູກຕົ້ນໄມ້ ທີ່ໄດ້ຮັບສໍາປະທານໄປແລ້ວ 33 ໂຄງການ.
3. ບັນຫາ ຈາກໂຄງການຂຸດຄົ້ນແຮ່ທາດ ຫຼາຍໂຄງການ ຍັງບໍ່ສາມາດແກ້ໄຂ ຢ່າງເປັນຮູບປະທຳ.
Hosted on Acast. See acast.com/privacy for more information.
Thu, 09 Jan 2025 - 18min - 104 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ການບໍ່ຂື້ນເງິນເດືອນ ເຮັດໃຫ້ພະນັກງານ-ລັດຖະກອນລາວ ລາອອກຈາກການ ຫຼາຍຂື້ນນັບມື້.
2. ຜະແນກ ໂຍທາທິການ ແລະ ຂົນສົ່ງ ຫ້າມລົດຈອດ ຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ບໍລິເວນປະຕູໄຊ ເກີນ 3-5.
3. ໃນໄລຍະສະຫຼອງປີໃໝ່ສາກົນນີ້ ຢູ່ລາວມີອຸບັດຕິເຫດຕາມທ້ອງຖະໜົນ 170 ຄັ້ງແລະເສຍຊີວິດ 17 ຄົນ.
Hosted on Acast. See acast.com/privacy for more information.
Wed, 08 Jan 2025 - 16min - 103 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ເກີດເຫດຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາແຫ່ງໜຶ່ງ ຢູ່ເຂດຕະຫຼາດດາລາ ແຂວງຫຼວງພະບາງ.
2. ປີ 2024 ທີ່ຜ່ານມາ ຢູ່ປະເທດລາວ ມີຄະດີຢາເສບຕິດ ປະມານ 3,300 ກໍລະນີ.
3. ຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາ ຢູ່ເຂດຕະຫຼາດດາລາ.
Hosted on Acast. See acast.com/privacy for more information.
Tue, 07 Jan 2025 - 18min - 102 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຄົນງານລາວ ຫຼາຍກວ່າ 73,000 ຄົນ ເຮັດວຽກຢູ່ປະເທດໄທ ແບບບໍ່ມີໜັງສືອະນຸຍາດ.
2. ສະຫຼຸບຂ່າວ ທີ່ວິທຍຸເອເຊັຽເສຣີ ເປັນແຫຼ່ງຂ່າວທໍາອິດ ທີ່ລາຍງານ ໃນປີ 2024.
3. ອຸບັດຕິເຫດຕາມທ້ອງຖະໜົນຢູ່ລາວ ເກີດຂື້ນຫຼາຍ ໃນໄລຍະບຸນປີໃໝ່ສາກົນ 2025 ນີ້.
Hosted on Acast. See acast.com/privacy for more information.
Sat, 04 Jan 2025 - 16min - 101 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ລັດຖະບານລາວ ສັ່ງໃຫ້ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ຢຸດການຂຸດຄົ້ນ ໃກ້ບໍລິເວນເຂດດິນຍຸບຊົ່ວຄາວ.
2. ເຈົ້າຂອງຫ້ອງພັກ ປະເຊີນໜ້າກັບເຈົ້າໜ້າທີ່ກອງຫຼອນບ້ານ ແຕ່ຍັງບໍ່ຮູ້ວ່າ ຢູ່ບ້ານໃດໃນລາວ.
3. ສູນສໍ້ໂກງຊັບທາງໂທລະຄົມ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຖືກປາບປາມ ເມື່ອປີກາຍ.
Hosted on Acast. See acast.com/privacy for more information.
Fri, 03 Jan 2025 - 17min - 100 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຫຼາຍບໍລິສັດໃນລາວ ຍັງບໍ່ທັນປັບປຸງເງິນອຸດໜູນຄ່າຄອງຊີບ ໃຫ້ຄົນງານລາວ.
2. ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ອອກແຈ້ງເຕືອນຊາວບ້ານ ຫ້າມຈູດປ່າ ກໍ່ກອງໄຟ ບໍລິເວນແລວທາງລົດໄຟ.
3. ປະຊາຊົນລາວ ສະຫຼອງບຸນປີໃໝ່ສາກົນ ໃນຂະນະທີ່ຄ່າຄອງຊີບສູງ.
Hosted on Acast. See acast.com/privacy for more information.
Wed, 01 Jan 2025 - 15min - 99 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທະນາຄານແຫ່ງ ສປປ ແຂວງຫຼວງພະບາງ ແຈ້ງເຕືອນ ໃຫ້ໃຊ້ ພາຍຫັລງກວດພົບ ເງິນຢວນປອມຂອງຈີນຢູ່ ຕລາດ ກາງຄືນ.
2. ຄົນງານລາວ ທີ່ເຮັດວຽກຢູ່ໄທ ເດີນທາງກັບລາວ ເພື່ອໄປສະເຫຼີມສະຫຼອງ ບຸນປີໃໝ່ສາກົນ.
3. ນັກລົງທຶນຈີນ ຈະສຳປະທານພື້ນທີ່ ເຮັດການກະເສດໜ້ານ້ຳ ຂອງສາຍນ້ຳງື່ມ ຈຳນວນ 150 ເຮັກຕາ ຢູ່ບ້ານນ້ຳພາວ ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ 30 ປີ.
Hosted on Acast. See acast.com/privacy for more information.
Tue, 31 Dec 2024 - 16min - 98 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທ່ານ ທັກສິນ ຊິນນະວັດ ອະດີດນາຍົກໄທ ສະເໜີການຊ່ອຍເຫຼືອ ເພື່ອປາບປາມແກ້ງຄໍເຊັນເຕີ້ ຢູ່ມຽນມາ.
2. ຄູບາຫວຽດນາມ Thích Minh Tuệ ທີ່ຍ່າງມາລາວ ປັດຈຸບັນ ຢູ່ເມືອງໂພນທອງ ແຂວງຈໍາປາສັກ.
3. ແຂວງສະຫວັນນະເຂດ ກວດພົບການສໍ້ລາດບັງຫຼວງ ຫຼາຍກໍລະນີ.
Hosted on Acast. See acast.com/privacy for more information.
Sat, 28 Dec 2024 - 17min - 97 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຕໍາຫຼວດ ຈັບຄົນຈີນ ທີ່ໃຊ້ເງິນຢວນປອມຊື້ເຄື່ອງຂອງ ຢູ່ນະຄອນຫຼວງພະບາງ ໄດ້ແລ້ວ.
2. ເຈົ້າໜ້າທີ່ຕໍາຫຼວດ ແລະອາສາສະໝັກກູ້ໄພ ຕຽມຄວາມພ້ອມຮັບມື ກັບການສະຫຼອງ ບຸນປີໃໝ່ສາກົນ.
3. ຊາວລາວ ແລະໄທ ກັງວົນນໍາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ທີ່ຈະເກີດຂື້ນ ຖ້າສ້າງເຂື່ອນຊະນະຄາມ ກັ້ນນໍ້າຂອງ.
Hosted on Acast. See acast.com/privacy for more information.
Fri, 27 Dec 2024 - 15min - 96 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ການຈັດງານ ສະເຫຼີມສະຫຼອງ ວັນຄຣິສມາດ ຢູ່ປະເທດລາວ ຍັງຖືກຈຳກັດ ແລະຕ້ອງໄດ້ຮັບ ອະນຸຍາດ ຈາກທາງການ.
2. ຊາວບ້ານເຊື່ອວ່າ ບໍລິສັດຂຸດຄົ້ນບໍ່ແຮ່ ກໍາລັງສ້າງມົນລະພິດ ໃນລໍານໍ້າຊອງ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ.
3. ນະຄອນຫຼວງພະບາງ ເລີ່ມປັບໃໝລົດ ແລະ ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍ ແຕ່ຫຼາຍພາກສ່ວນເຫັນວ່າ ປະຕິບັດຕົວຈິງໄດ້ຍາກ.
Hosted on Acast. See acast.com/privacy for more information.
Wed, 25 Dec 2024 - 20min - 95 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ສະມາຊິກສະພາ ຜູ້ແທນຂອງໄທ ຮຽກຮ້ອງໃຫ້ລັດຖະບານ ຊ່ອຍເຫຼືອຜູ້ເຄາະຮ້າຍ ທາງໄຊເບີ້ ໃນມຽນມາ.
2. ຊາວເມືອງ ບໍລິຄັນ ກັບຊາວເມືອງປາກຊັນ ໄດ້ຮັບຜົນກະທົບ ຈາກນໍ້າຊັນ ທີ່ປົນເປື້ອນ ຈາກການຂຸດແຮ່ທາດ.
3. ເກີດເຫດການດິນຍຸບ ຄັ້ງທີ 2 ຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ.
Hosted on Acast. See acast.com/privacy for more information.
Tue, 24 Dec 2024 - 18min - 94 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການລາວ ລາຍງານວ່າ ໃນປີນີ້ ຢູ່ລາວມີຜູ້ຕິດເຊື້ອ HIV/AIDS 1,896 ຄົນ.
2. ປັດຈຸບັນ, ນາງ ນໍ້າທິບ ລາວຢູ່ທີ່ ສະຖານຄຸ້ມຄອງສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ, ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ.
3. ຊາວບ້ານນາໄຫແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທໍລະມານຈາກຂີ້ຝຸ່ນທາງດິນແດງມາໄດ້ 10 ປາຍປີແລ້ວ ແຕ່ທາງການຍັງບໍ່ແກ້ໄຂໃຫ້.
Hosted on Acast. See acast.com/privacy for more information.
Fri, 20 Dec 2024 - 17min - 93 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ໄທເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະຕ້ອງການແຮງງານ ຈາກຕ່າງປະເທດ ອີກຈຳນວນຫຼາຍ ໃນນີ້ ເປັນຄົນງານລາວ ຫຼາຍແສນ ຕຳແໜ່ງ.
2. ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ.
3. ຊາວສວນມັນຕົ້ນ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ຈໍາເປັນຕ້ອງພາກັນ ໄປຂາຍມັນຕົ້ນ ໃນລາຄາຖືກ ຍ້ອນບໍ່ມີທາງເລືອກ.
Hosted on Acast. See acast.com/privacy for more information.
Fri, 20 Dec 2024 - 17min - 92 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ປະເທດລາວ ສູນເສຍພື້ນທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ.
2. ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດ ບໍ່ຄຸ້ມຄ່າ ຍ້ອນ ລົດບັນທຸກແຮ່ທາດ ເຮັດໃຫ້ເປ່ເພຫຼາຍ.
3. ຄົນງານລາວ ລັກເຮັດວຽກຢູ່ໄທຫຼາຍ ຍ້ອນຖ້າໄປຕາມ MOU ໄດ້ເສຍຄ່າໃຊ້ຈ່າຍຫຼາຍລ້ານກີບ.
Hosted on Acast. See acast.com/privacy for more information.
Thu, 19 Dec 2024 - 16min - 91 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ທາງການລາວ ຈະໃຫ້ບໍລິສັດຈີນ ເຂົ້າມາປູກໝາກພຸກ ດ້ວຍລະບົບການຜະລິດ ແບບຄົບວົງຈອນ ຢູ່ແຂວງ ອຸດົມໄຊ.
2. ຊາວບ້ານເວົ້າວ່າ ເຈົ້າໜ້າທີ່ບາງບ້ານ ແຂວງຈໍາປາສັກ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ 50,000 ກີບຕໍ່ເດືອນ.
3. ໃນວາລະຄົບຮອບ 12 ປີ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ແລ້ວຫາຍສາບສູນ ນັ້ນ, ພັນລະຍາ ຂອງທ່ານ ແລະ ໂຕແທນ ອົງການສາກົນ ດ້ານສິດທິມະນຸດ ຍັງສືບຕໍ່ຮ້ອງຂໍ ໃຫ້ລັດຖະບານລາວ ທຳການສືບສວນສອບສວນ ຢ່າງເອົາໃຈໃສ່.
Hosted on Acast. See acast.com/privacy for more information.
Wed, 18 Dec 2024 - 18min - 90 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຈ່າຍເງິນເກີນແຜນໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ.
2. ນະຄອນຫຼວງວຽງຈັນ ຈ່າຍເງິນເກີນແຜນ ໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ.
3. ອົງການ USAID ສະແດງໃຫ້ເຫັນ ປະຊາຊົນໃນພາກໃຕ້ຂອງລາວ ຍັງສືບຕໍ່ ໄດ້ຮັບກະທົບຈາກຝົນເຫຼືອງ.
Hosted on Acast. See acast.com/privacy for more information.
Tue, 17 Dec 2024 - 17min - 89 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍລິສັດ ຂຸດຄົ້ນແຮ່ທາດ.
2. ນະຄອນຫຼວງວຽງຈັນ ອອກຄໍາສັ່ງຫ້າມຂື້ນລາຄາສິນຄ້າ ໃນໄລຍະບຸນປີໃໝ່ສາກົນ ທີ່ຈະມາເຖິງນີ້.
3. ການຖືພາກ່ອນໄວອັນຄວນ ຂອງເດັກນ້ອຍແມ່ຍິງລາວ ເຮັດໃຫ້ມີຄວາມສ່ຽງຕໍ່ສຸຂະພາບ.
Hosted on Acast. See acast.com/privacy for more information.
Sat, 14 Dec 2024 - 15min - 88 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວບ້ານເປັນກັງວົນຫຼາຍຂຶ້ນ ພາຍຫຼັງພົບດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ເຂດສໍາປະທານຂຸດຄົ້ນເກືອກາລີ ຂອງຈີນ ໃນແຂວງຄໍາມ່ວນ.
2. ດິນຂອງປະຊາຊົນຢູ່ແຂວງຄໍາມ່ວນ ຖືກບໍລິສັດບໍ່ແຮ່ຫວຽດນາມ ຍຶດເອົາໄປ 4.ອັດຕາ ແລກປ່ຽນເງິນຕາ.
3. ປິດກອງປະຊຸມສະພາແຫ່ງຊາດ ຢ່າງເປັນທາງການ ທ່າມກາງ ຫຼາຍບັນຫາທີ່ຄົງຄ້າງ.
Hosted on Acast. See acast.com/privacy for more information.
Thu, 12 Dec 2024 - 15min - 87 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວລາວ ແລະ ເຈົ້າໜ້າທີ່ລາວ ຫຼາຍຄົນ ຄັດຄ້ານ ທີ່ມີການປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ ທ່ານ ຈ້າວ ເຫວີຍ.
2. ຄວາມຄືບໜ້າ ຂອງແມ່ຍິງລາວ ທີ່ຄ້າງຢູ່ໃນ ສູນສະແກມເມີ້ ຂອງຈີນ ໃນປະເທດມຽນມາ.
3. ເມືອງຫາດຊາຍຟອງ ໂຄສະນາ ຜົນຮ້າຍຂອງການຄ້າມະນຸດ ພາຍຫລັງ ມີແມ່ຍິງລາວ ຖືກນາຍໜ້າຕົວະໃຫ້ໄປເປັນເມັຍຈີນ.
Hosted on Acast. See acast.com/privacy for more information.
Wed, 11 Dec 2024 - 16min - 86 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ແຂວງອັດຕະປື ສັ່ງໃຫ້ຊາວບ້ານໜອງມ່ວງ ຢູ່ເມືອງສະໜາມໄຊ ເກັບກູ້ມັນຕົ້ນ ແລະຍ້າຍອອກຈາກເຂດຈີນສໍາປະທານ ພາຍໃນ 2 ເດືອນ.
2. ເວັບໄຊທ໌ຂອງລັດຖະບານອັງກິດ ອອກແຈ້ງການເຕືອນ ການໄປທ່ອງທ່ຽວຢູ່ເມືອງວັງວຽງ ໃຫ້ລະວັງການດື່ມເຫຼົ້າຍີ່ຫໍ້ Tiger Vodka ແລະ Tiger Whisky.
3. ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ຢູ່ກາງນະຄອນຫຼວງວຽງຈັນ ໄດ້ 12 ປີແລ້ວ.
Hosted on Acast. See acast.com/privacy for more information.
Wed, 11 Dec 2024 - 15min - 85 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ລາຄາມັນຕົ້ນຕົກຕໍ່າ, ຊາວກະສິກອນລາວ ທີ່ປູກມັນຕົ້ນ ຮຽກຮ້ອງໃຫ້ທາງການ ຊ່ອຍເຫຼືອ.
2. ຊາຍຈີນ ຜູ້ບຸກເຂົ້າຮ້ານຄໍາ ຢູ່ນະຄອນຫຼວງພະບາງ ທໍາຮ້າຍເຈົ້າຂອງຮ້ານ ທີ່ສູ້ຄືນ.
3. ຊາວບ້ານຈໍານວນໜຶ່ງ ຢ້ານວ່າ ທີ່ດິນຂອງເຂົາເຈົ້າ ຈະຖືກຍຶດໄປ ຍ້ອນວ່າ ຂະບວນການອອກໃບຕາດິນ ຊັກຊ້າ.
Hosted on Acast. See acast.com/privacy for more information.
Tue, 10 Dec 2024 - 16min - 84 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ການປັກຫຼັກໝາຍຊາຍແດນ ລະຫວ່າງລາວ ແລະກໍາປູເຈຍ ມາເຖິງປັດຈຸບັນ ກໍຍັງບໍ່ທັນສໍາເລັດ.
2. ຂ່າວຄວາມຄືບໜ້າ ຂອງແມ່ຍິງລາວ ທີ່ຕິດຢູ່ສູນ ສະແກມເມີ້ຂອງຈີນ ໃນປະເທດ ມຽນມາ.
3. ເມືອງວັງວຽງ ສັ່ງຫ້າມຂາຍເຫຼົ້າ ໂວນກາ ໄທເກີ ແລະ ໄທເກີວິສະກີ ທຸກແຫ່ງ.
Hosted on Acast. See acast.com/privacy for more information.
Sat, 07 Dec 2024 - 15min - 83 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ຊາວລາວ ບໍ່ເຊື່ອໝັ້ນວ່າ ລັດຖະບານລາວ ຈະແກ້ໄຂບັນຫາ ການສໍ້ລາດບັງຫຼວງໄດ້.
2. ລັດຖະບານລາວ ເຝົ້າລະວັງອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ, ອົງການພາກປະຊາສັງຄົມ ທີ່ໄດ້ສົນທະນາ ກັບຜູ້ລາຍງານພິເສດ ສະຫະປະຊາຊາດ.
3. ເກີດເຫດດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ແຂວງຄໍາມ່ວນ ທີ່ນອນຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ.
Hosted on Acast. See acast.com/privacy for more information.
Fri, 06 Dec 2024 - 17min - 82 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ປະຊາຊົນ 371 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງລົດໄຟລາວ-ຈີນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
2. ເງິນເດືອນຂອງຄູສອນ ຢູ່ລາວ ຕໍ່າສຸດໃນອາຊ້ຽນ ແລະ ບາງຄົນ ລາອອກຈາກວຽກ.
3. ຊາວນະຄອນຫຼວງວຽງຈັນ ເລີ່ມພົບເຫັນໝອກຄວັນ ແລະຝຸ່ນລະອອງ PM2.5 ໃນປະລິມານຫຼາຍຂື້ນ.
Hosted on Acast. See acast.com/privacy for more information.
Thu, 05 Dec 2024 - 16min - 81 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຢ່າງມະຫາສານ ຄືເຖິງປະມານ 4.3 ຕື້ໂດລາສະຫະຣັດ.
2. ລັດຖະບານລາວ ອະໄພຍະໂທດ ໃຫ້ແກ່ນັກໂທດ 2,716 ຄົນ ເນື່ອງໃນວັນຊາດປີນີ້ ແຕ່ບໍ່ມີການອະໄພຍະໂທດ ໃຫ້ນັກໂທດການເມືອງ.
3. ໂຮງໝໍລັດຫຼາຍແຫ່ງ ຍັງຂາດແຄນຢາປິ່ນປົວ ຄົນເຈັບປ່ວຍ.
Hosted on Acast. See acast.com/privacy for more information.
Tue, 03 Dec 2024 - 15min - 80 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ນັກທຸລະກິດຈີນ ຂົນອຸປະກອນເຮັດປ້າຍໂຄສະນາ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ແບບບໍ່ຖືກລະບຽບກົດໝາຍ.
2. ພະນັກງານເຮືອນພັກ ນານາ ແບັກແພັກເກີ ຖືກຈັບຕື່ມອີກ 3 ຄົນ ຍ້ອນເຫດການເຫຼົ້າປົນທາດເມທານອນ ທີ່ເປັນຜິດ.
3. ຜູ້ລາຍງານພິເສດ ຂອງ UN ຮຽກຮ້ອງໃຫ້ ສປປ. ລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ ຂອງປະຊາຊົນບັນດາເຜົ່າ.
Hosted on Acast. See acast.com/privacy for more information.
Tue, 03 Dec 2024 - 16min - 79 - ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
1. ແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີຂອງຈີນ ໃນປະເທດພະມ້າ ຍັງລໍຖ້າການຊ່ວຍເຫຼືອ.
2. ຊາວບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ເດືອດຮ້ອນ ຍ້ອນການຂຸດແຮ່ທາດ ແລະ ແຮ່ຄໍາຕົກຂ້ອນ.
3. ຄົນນໍາທ່ຽວຈີນຜິດກົດໝາຍ ພາຄົນຈີນ ທ່ຽວຢູ່ນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ.
Hosted on Acast. See acast.com/privacy for more information.
Thu, 28 Nov 2024 - 15min
Podcasts similares a ທັນເຫດການ ເມືອງລາວ
33說性別 Malaysia Gender Podcast 33
El Partidazo de COPE COPE
Herrera en COPE COPE
Es la Mañana de Federico esRadio
La noche de Cuesta esRadio
Hondelatte Raconte Europe 1
Affaires sensibles France Inter
LEGEND Guillaume Pley
จ้อจีน Infinity Podcast (ประเทศไืทย)
CHRONIQUES CRIMINELLES Jacques Pradel - TF1
ลงทุนแมน longtunman
El colegio invisible OndaCero
Les grands dossiers de l'Histoire par Franck Ferrand Radio Classique
Espacio en blanco Radio Nacional
Entrez dans l'Histoire RTL
Les Grosses Têtes RTL
L'Heure Du Crime RTL
SBS Lao - SBS ພາສາລາວ SBS
El Larguero SER Podcast
SER Historia SER Podcast
Un Libro Una Hora SER Podcast
ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂ VOA
จีนศึกษา จีนศึกษา
ลูกสอนภาษาจีนให้แม่ ลูกสอนภาษาจีนให้แม่