Nach Genre filtern

Lao X Files

Lao X Files

Unknown

Lao X Files ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້

15 - Dyatlov Pass “ທາງຜ່ານນາຮົກ” | LaoXFiles – Podcast EP15
0:00 / 0:00
1x
  • 15 - Dyatlov Pass “ທາງຜ່ານນາຮົກ” | LaoXFiles – Podcast EP15

    ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ, ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາຕ້ອງຫນີອອກມາຈາກເຕັ້ນຢ່າງກະທັນຫັນ ໂດຍການເອົາມີດປາດອອກມາຈາກໃນເຕັ້ນ. ແປກກວ່າຫັ້ນແມ່ນພວກເຂົາບໍ່ໄດ້ໃສ່ເຄື່ອງທີ່ກັນຄວາມຫນາວຕອນອອກມາເລີຍ ໃນຂະນະທີ່ອຸນຫະພຸມຕ່ຳກວ່າ 0 ອົງສາ. ທັງ 9 ຄົນໄດ້ພົບວ່າຕາຍຢ່າງປະຫລາດ ແລະ ຮອດທຸກມື້ນີ້ກໍຍັງບໍ່ມີໃຜມີບົດສະຫລຸບວ່າເກີດຫຍັງຂຶ້ນແທ້ກັບພວກເຂົາ. ໄດ້ມີການແຈ້ງວ່າ 6 ຄົນແມ່ນຕາຍຍ້ອນຄວາມຫນາວ, ສ່ວນອີກ 3 ຄົນແມ່ນຕາຍຍ້ອນໄດ້ຮັບບາດເຈັບສາຫັດທາງຮ່າງກາຍ, ເຊັ່ນ: ຄົນຫນຶ່ງແມ່ນກະໂຫລກລ້າວ ແລະ ຫລັງຫັກ; ອີກຄົນແມ່ນແກ່ນຕາທັງສອງຂ້າງ ແລະ ລີ້ນຫາຍໄປ; ແລະ ອີກຄົນແມ່ນກະດູກຫນ້າເອີກແຕກ. ຈາກຮ່ອງຮ່ອຍທີ່ພວກເຂົາຖິ້ມໄວ້ເຮັດໃຫ້ນັກວິທະຍາສາດບໍ່ເຂົ້າໃຈວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາຕ້ອງຮີບຫນີອອກຈາກເຕັ້ນ ແລະ ຫນີໄປຈາກຈຸດຕັ້ງຫລັກຂອງພວກເຂົາ ແລະ ເປັນຫຍັງອີກສາມຄົນຄືບາດເຈັບສາຫັດແນວນັ້ນ. ຜູ້ຊ່ຽວຊານຫລາຍຄົນກະມີທິດສະດີຂອງຕົນເອງ ແຕ່ກໍບໍ່ມີທິດສະດີໃດທີ່ສາມາດຕອບຄຳຖາມໄດ້ຄົບຖ້ວນ.

    Fri, 13 Aug 2021 - 20min
  • 14 - LaoXFiles EP14: ງາມແຕ່ຮູບຈູບບໍ່ຫອມ

    LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້

    Fri, 30 Jul 2021 - 18min
  • 13 - ການແກ້ແຄ້ນຂອງສຸພາບບູລຸດ | LaoXFiles-Podcast EP13

    Elliot Rodger ເປັນຄົນທີ່ບໍ່ມີຫມູ, ບໍ່ມີສັງຄົມຕັ້ງແຕ່ນ້ອຍ. ລະຖືກຜູ້ຍິງປະຕິເສດມາຕະຫລອດ. ຈຶ່ງເຮັດໃຫ້ເກີດການຊັ່ງຜູ້ຍິງເຂົ້າກະດູກ. ລາວໄດ້ເຮັດ youtube channel ຂຶ້ນມາເພື່ອລະບາຍຄວາມນ້ອຍອົກນ້ອຍໃຈ ແລະ ສະແດງຄວາມຄຽດແຄ້ນຕໍ່ຜູ້ຍິງ ແລະ ສັງຄົມ. ລາວຈະເວົ້າຍຳ້ຢູ່ຕະຫລອດວ່າ ລາວຫນ້າຕາດີປານດີ, ເວົ້າຈາສຸພາບປານນີ້, ເປັນສຸພາບບູລຸດປານນີ້, ເປັນຫຍັງຜູ້ຍິງຄືບໍ່ໃຫ້ໂອກາດລາວ. ເປັນຫຍັງຈຶ່ງພາກັນມັກພວກຜູ້ຊາຍທີ່ບໍ່ດີ. ຫລັງຈາກເຮັດແນວໃດກະບໍ່ມີແຟນ, ບໍ່ເຄີຍແມ້ແຕ່ຈູບ, ລາວຈຶ່ງວາງແຜນການຂ້າຂຶ້ນ, ເພາະຖ້າວ່າສັງຄົມບໍ່ໃຫ້ໂອກາດລາວໄດ້ມີແຟນງາມ, ມີຄວາມຮັກ, ລາວຈະລົງໂທດມະນຸດໂລກທຸກຄົນ.

    Fri, 16 Jul 2021 - 16min
  • 12 - LaoXFiles EP.12: ອັດສະລິຍະຜູ່ຫລົງໄຫລໃນການຂ້າ

    ຜ່ານກັນມາແລ້ວ 11 ຕອນສຳລັບລາຍການ Lao X File ຜູ່ຟັງໄດ້ຟັງຫລາກຫລາຍເລື່ອງລາວຂອງຄະດີ ແລະສ່ວນໃຫຍ່ໃນຄະດີນັ້ນກໍຈະຕ້ອງມີຜູ່ລົງມືກໍ່ເຫດ ກໍຄືຄາດຕະກອນ.ແລ້ວເຄີຍສົງໄສບໍ່ວ່າແມ່ນຫຍັງຄືສາເຫດ ທີ່ເຮັດໃຫ້ເກີດມີຄາດຕະກອນ ແມ່ນຫຍັງກັນທີ່ປັ້ນໃຫ້ເຂົາເຈົ້າກາຍເປັນຄາດຕະກອນ ຊີວິດໄວເດັກເຂົາເຈົ້າເປັນແນວໃດ ຈຶ່ງເຕີບໃຫຍ່ມາເປັນແບບນີ້ ມື້ນີ້ Lao X File ຈະພາທ່ານໄປຮູ້ຈັກກັບຄາດຄະກອນຕໍ່ເນື່ອງ ທີ່ກໍ່ເຫດສະເທືອນຂວັນ ໂດຍທີ່ໂຕຂອງຄາດຕະກອນບໍ່ຮູ້ສຶກຜິດ ແລະຍັງຫລົງໄຫລໃນການຂ້າຄົນ ເອີ້ນໄດ້ວ່າເປັນຄາດຕະກອນທີ່ມີໄຫວພິບ ມີແນວຄຶດທີ່ສະຫລາດ ລາວຄົນນີ້ຊື່ວ່າ Edmund Kemper ເລື່ອງລາວຂອງຄາດຕະກອນລາຍນີ້ ຖືກນຳໄປສ້າງເປັນຊີຣີກຶ່ງສາລະຄະດີເລື່ອງ Mindhunter ຂອງທາງ Netflix ໃຜສົນໃຈໄປຊອກເບິ່ງໄດ້ ແລະໃນມື້ນີ້ເຮົາຈະມາຮູ້ຈັກເລື່ອງຂອງລາວກັນໃນ Lao X File ເປີດແຟ້ມເລື່ອງເລິກລັບຕອນ ອັດສະລິຍະຜູ່ຫລົງໄຫລໃນການຂ້າ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ອັດສະລິຍະຜູ່ຫລົງໄຫລໃນການຂ້າ Edmund Kemper Youtube: https://youtu.be/_V-ONhFWnsg ແລະ ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    Fri, 05 Mar 2021 - 37min
  • 11 - Lao X Files EP11: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ.

    ຄະດີທີ່ພວກເຮົາຈະນຳສະເຫນີໃນມື້ນີ້ ຕ້ອງບອກວ່າເປັນນຶ່ງໃນຄະດີທີ່ຫົດຫູ່ ແລະຫນ້າເສົ້າໃຈ ກັບເຫດການຂອງຍິງສາວຄົນນຶ່ງ ທີ່ຖືກຈັບໂຕໄປຂັງໄວ້ໃນກ່ອງໄມ້ ແລະຖືກຂົ່ມຂື່ນຊ້ຳແລ້ວຊ້ຳອີກ ເປັນເວລາດົນເຖິງ 7 ປີ ຄະດີນີ້ເປັນນຶ່ງໃນຄະດີໂດ່ງດັງຈົນມີການນຳໄປສ້າງເປັນສາລະຄະດີຫລາຍຄັ້ງ ແລະຍັງຖືກຮໍລີວູດນຳໄປສ້າງເປັນຫນັງອອກມາອີກໃນຊື່ເລື່ອງວ່າ Girl in the box ຄະດີນີ້ມີທີ່ໄປທີ່ມາແນວໃດ ເຫດການລະອຽດເປັນແນວໃດ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ. ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/Q_9RM-2aS8cແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    Fri, 26 Feb 2021 - 27min
Weitere Folgen anzeigen